ກອງປະຊຸມການລົງເກັບກໍາຂໍ້ມູນ ແລະ ປຶກສາຫາລື ການຂຶ້ນທະບຽນອອກໃບຕາດິນ ແລະ ການຄຸ້ມຄອງທີ່ດິນ ຢູ່ແຂວງຊຽງຂວາງ
ໃນວັນທີ 03 ເດືອນ ກຸມພາ 2020 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມການລົງເກັບກຳຂໍ້ມູນ ແລະ ປຶກສາຫາລື ການຂຶ້ນທະບຽນອອກໃບຕາດິນ ແລະ ການຄຸ້ມຄອງທີ່ດິນ ຢູ່ແຂວງຊຽງຂວາງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສີວອນ ບຸດດາຈັນ ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ, ທ່ານ ຄິດລາໄຊ ກ໋ອກມີລາ ຮອງຫົວໜ້າກົມທີ່ດິນ ແລະ ທ່ານ Oliver Haitzman ຫົວໜ້າທີມງານໂຄງກາານ KFW. ກອງປະຊຸມມີຜູ້ເຂົ້າຮ່ວມຈາກ ຫຊສ ເມືອງຄໍາ, ຫຊສ ເມືອງຄູນ, ຂະແໜງທີ່ດິນ ແລະ ຂະແໜງສິ່ງແວດລ້ອມ ພຊສ ແຂວງຊຽງຂວາງເຂົ້າຮ່ວມ ທັງໝົດ 38 ຄົນ, ຍິງ 5 ຄົນ.
ກອງປະຊຸມໃຫ່ຍຂອງຮາກຖານ 3 ອົງການຈັດຕັ້ງມະຫາຊົນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ
ໃນວັນທີ 13 ພະຈິກ 2019 ຮາກຖານ 3 ອົງການຈັດຕັ້ງມະຫາຊົນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມໃຫ່ຍຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີວອນ ບຸດດາຈັນ ຮອງເລຂາພັກຮາກຖານ ວ່າການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ພ້ອມດ້ວຍສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 98 ສະຫາຍ, ຍິງ 45 ສະຫາຍ.
Page 6 of 6