ໃນຕອນເຊົ້າຂອງວັນທີ 31 ສິງຫາ 2021 ທີ່ຫ້ອງປະຊຸມສະໂມສອນເມືອງພູກູດ ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຕາມພາລະບົດບາດໃໝ່ ຂຶ້ນຢ່າງເປັນທາງການ, ໃຫ້ກຽດເປັນປະທານໂດຍ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ອຳຄາ ປັນຍາວົງ ຮອງເລຂາພັກເມືອງໆພູກູດ, ມີຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ຕະຫລອດຮອດພະນັກງານ- ລັດຖະກອນພາຍໃນ ຫຊສ ເມືຶອງພູກູດເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 8 ສະ ຫາຍ.
ຜົນຂອງກອງປະຊຸມແມ່ນສາມາດສະຫລຸບໄດ້ດັ່ງນີ້:
# ຂໍ້ຕົກລົງທ່ານເຈົ້າເມືອງໆຜາໄຊ ເລກທີ 368/ຈມ.ພກ, ລົງວັນທີ 23 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານ ຂອງ ຫຊສ ເມືອງພູກູດ:
I. ຮອງຫົວໜ້າຫ້ອງການ:
- ແຕ່ງຕັ້ງ ທ່ານ ສິນທະລາ ສົມບັດພົມມີ ເປັນຮອງຫົວໜ້າຫ້ອງການ ຊສ ເມືອງພູກູດ.
II. ແຕ່ງຕັ້ງໜ່ວຍງານບໍລິຫານ
- ທ່ານ ນາງ ສິມມາ ທຳມະວົງ ເປັນຫົວໜ້າໜ່ວຍງານບໍລິຫານ
- ທ່ານ ພິມພາ ສີຫາວົງ ເປັນຮອງຫົວໜ້າໜ່ວຍງານບໍລິຫານ
III. ແຕ່ງຕັ້ງໜ່ວຍງານວິຊາການ
- ທ່ານ ສອນເພັດ ສາຍວົງສາ ເປັນຫົວໜ້າໜ່ວຍງານວິຊາການ
- ທ່ານ ສິພັນ ຈັນທະວົງ ເປັນຮອງຫົວໜ້າໜ່ວຍງານວິຊາການ
- ທ່ານ ນາງ ຈັນສອນ ເປັນຮອງຫົວໜ້າໜ່ວຍງານວິຊາການ