1. ປະຕິບັດ​ ກົດໝາຍ ​ແລະ ມະຕິ​ຕົກລົງ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວ​ກັບວຽກ​ງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທີງວາງອອກ;
  2. ຫັນເອົາແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງ​ຂອງ​ລັດຖະ​ບານ, ຂອງ​ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ກ່ຽວ​ກັບວຽກ​ງານຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງພະ​ແນ​ກ​ຕົນ ພ້ອມ​ທັງ​ຮັບຜິດຊອບ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ໃຫ້​ໄດ້​ຮັບ​ຜົນ​ດີ ​ແລະ ປາກົດ​ຜົນ​ເປັນ​ຈິງ;
  3. ເຜີຍ​ແຜ່ ​ແຜນ​ຍຸດ​ທະ​ສາດ, ​ແຜນ​ນະ​ໂຍບາຍ, ​ແຜນ​ງານ, ​ໂຄງການ ​ແລະ ນິຕິ​ກໍາ​ ກ່ຽວກັບການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່​ໄດ້​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ, ລັດຖະບານ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມ​ທັງ ຊີ້​ນໍາ, ນໍາພາ​ໃນ​ການຈັດ​ຕັ້ງ​ປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ;
  4. ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນການສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  5. ກວດກາ, ຄົ້ນຄວ້າ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງບໍລິຫານ ຕາມຂອບ​ເຂດ​ສິດ​ຂອງ​ຕົນ; ເຂົ້າຮ່ວມ ແລະ ນຳສະເໜີຂະແໜງການທີ່ມີສິດອຳນາດ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງ ແລະ ທາງອາຍາ ທີ່ພົວພັນເຖິງການ​ຄຸ້ມ​ຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງ​ຖິ່ນ​ຂອງ​ຕົນ;
  6. ດຳ​ເນີນ​ການຈັດສັນທີ່ດິນ​ຂັ້ນ​ແຂວງ ແລ​ະ ຂັ້ນ​ເມືອງ ​ໂດຍອີງ​ຕາມ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ; ສໍາ​ຫຼວດ-ວັດ​ແທກ, ສ້າງແຜນທີ່, ວາງແຜນນຳໃຊ້ທີ່ດິນ; ອອກໃບຢັ້ງຢືນ​ກ່ຽວ​ກັບທີ່ດິນ ເປັນ​ຕົ້ນ ການ​ນຳ​ໃຊ້​, ​​​ການ​ສໍາ​ຫຼວດ, ​ການ​ຫັນປ່ຽນປະ​ເພດ​ ​ແລະ ການພັດທະນາທີ່ດິນ; ສ້າງ​ສໍາມະ​ໂນ​ທີ່​ດິນ, ຂຶ້ນທະ​ບຽນ​ອອກ​ໃບ​ຕາ​ດິນ, ຈົດ​ທະບຽນທີ່​ດິນ, ຈົດ​ທະ​ບຽນ​ນິ​ຕິ​ກຳ​ກ່ຽວ​ກັບທີ່​ດິນ, ປະ​ເມີນ​ລາ​ຄາ​ທີ່​ດິນ ແລະ ສິ່ງ​ປຸກ​ສ້າງ ແລະ ຄຸ້ມ​ຄອງ​ກິດ​ຈະ​ການ​ອະ​ສັງ​ຫາ​​ລິ​ມະ​ຊັບ; ຄົ້ນຄ້ວາ​ນຳສະເໜີ ກ່ຽວກັບການ​ອອກ​ອະ​ນຸ​ຍາດ​ສິດ​ນຳ​ໃຊ້ ແລະ ຫັນສິດນຳໃຊ້ທີ່ດິນລັດ, ການທົດແທນຄ່າເສຍຫາຍຈາກການໂອນສິດນຳໃຊ້ທີ່ດິນຄືນ, ການອະນຸຍາດໃຫ້ເຊົ່າ ຫຼື ສຳປະທານທີ່ດິນ ຕາມກົດໝາຍ ຫຼື ລະບຽບການ ທີ່ກຳນົດໄວ້;
  7. ສ້າງ​ແຜນ​ຍຸດ​ທະ​ສາດ​ນ້ຳ ແລະ ຊັບ​ພະ​ຍາ​ກອນ​ນ້ຳ​ຂັ້ນ​ແຂວງ ​ໂດຍອີງ​ຕາມ​ແຜນ​ຍຸດ​ທະ​ສາດ​ຊັບ​ພະ​ຍາ​ກອນ​ນ້ຳ​ແຫ່ງ​ຊາດ; ເຂົ້າ​ຮ່ວມ​ໃນ​ການ​ວາງ​ແຜນ​ອ່າງ​ຮັບ​ນ້ຳ​ຂະ​ໜາດ​ໃຫ​ຍ່ ​ທີ່​ໄຫຼ​ຜ່ານ​ຫຼາຍ​ແຂວງ; ວາງ​ແຜນ​ຄຸ້ມ​ຄອງ​ອ່າງ​ຮັບ​ນ້ຳ​ຂະ​ໜາດ​ກາງ ​ທີ່​ໄຫຼ​ຜ່ານ​ແຂວງ​ດຽວ, ອອກ​ອະ​ນຸ​ຍາດ​ການ​ຂຸດ​ເຈາະ​ ແລະ ການ​ນຳ​ໃຊ້​ນ້ຳ​ໃຕ້​ດິນ​ຂະ​ໜາດ​ໃຫ​ຍ່, ອອກ​ອະ​ນຸ​ຍາດ​ນຳ​ໃຊ້​ນ້ຳ​ໜ້າ​ດິນ​ຂະ​ໜາດ​ກາງ, ອະ​ນຸ​ຍາດ​ການ​​ປ່ອຍ​ນ້ຳ​ເປື້ອນ​ຂະ​ໜາດ​ກາງ, ສຳ​ຫຼວດ ສັງ​ລວມ​ຂໍ້​ມູນ​ເຂົ້າ​ໃນ​ລະ​ບົບ​ຖານ​ຂໍ້​ມູນ-ຂ່າວ​ສານ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານອະນຸລັກ, ປົກປັກຮັກສາ, ຟື້ນຟູບູລະນະ ແລະ ພັດທະນາການນຳໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ,​ ຄຸນ​ນະ​ພາບ​ນ້ຳ​ທຳ​ມະ​ຊາດ ແລະ ມາດ​ຕະ​ຖານ​ການ​ປ່ອຍ​ນ້ຳ​ເປື່ອນ; ເຂົ້າ​ຮ່ວມ​ໃນ​ການ​ກຳ​ນົດ ຄຸ້ມ​ຄອງ​ເຂດ​ສະ​ຫງວນ​ຊັບ​ພະ​ຍາ​ກອນ​ນ້ຳ​ລະ​ດັບ​ຊາດ, ຄຸ້ມ​ຄອງ​ເຂດ​ສະ​ຫງວນ​ຊັບ​ພະ​ຍາກອນ​ນ້ຳ​ຂັ້ນ​ແຂວງ ລວມ​ທັງ​ເຂດ​ບໍ​ລິ​ເວນຍອດ​ນ້ຳ, ຕິດ​ຕາມກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ມາດ​ຕະ​ຖານຄຸ້ມ​ຄອງ​ທີ່​ດິນ​ບໍ​ລິ​ເວນ​ນ້ຳ​ຂະ​ໜາດ​ກາງ ຕາມ​ກົດ​ໝາຍ ແລະ ລະ​ບຽບ​ການ;
  8. ​ເປັນ​ເຈົ້າ​ການປ້ອງກັນ, ຄວບຄຸມ, ຕິດ​ຕາມກວດ​ກາ ແລະ ແກ້​ໄຂ​ບັນ​ຫາ​ມົນລະພິດທຸກ​ປະ​ເພດ, ຄຸ້ມຄອງສານເຄມີ​ເປັນພິດ, ວັດຖຸອັນຕະລາຍ, ສິ່ງເສດເຫຼືອອັນຕະລາຍ ​ແລະ ສິ່ງ​ເສດ​ເຫຼືອອື່ນໆ ​ໃນ​ຂອບ​ເຂດ​ທ້ອງ​ຖິ່ນ​ຂອງ​ຕົນ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ ພ້ອມ​ທັງຄົ້ນຄວ້າ, ວິ​ໄຈ​ ແລະ ພັດທະນາ​ຫ້ອງ​ວິ​ໄຈ​ສິ່ງ​ແວດ​ລ້ອມ​ ຕາມຄວາມ​ສາມາດ ​​ເພື່ອ​ຮັບ​ໃຊ້​ໃນ​ການ​ບໍລິຫານ ​ແລະ ການ​ບໍລິການ;
  9. ສົ່ງເສີມ ແລະ ສ້າງຈິດສໍານຶກໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ສ້າງ​ຕົວ​ເມືອງ​ ແລະ ຊົນ​ນະ​ບົດຍືນ​ຍົງ​ດ້ານ​ສິ່ງ​ແວດ​ລ້ອມ, ວຽກງານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ພ້ອມ​ທັງປ້ອງກັນ ແລະ ແກ້ໄຂເຫດການສຸກເສີນ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ;
  10. ທົບທວນ ​ແລະ ນໍາ​ສະ​ເໜີການ​ນໍາ​ແຂວງ, ນະຄອນຫຼວງ ຮັບຮອງເອົາ ບົດ​ລາຍ​ງານ​ການ​ສຶກສາ​ເບື້ອງ​ຕົ້ນ​ກ່ຽວກັບ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ;​ ເຂົ້າ​ຮ່ວມຂະ​ບວນການ​ທົບ​ທວນ ​ແລະ ການພິຈາລະນາ​ຮັບຮອງ​ເອົາບົດ​ລາຍ​ງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດຂອງໂຄງການລົງທຶນ ລວມທັງການດໍາ​ເນີນ​ວຽກງານ​ການມີສ່ວນຮ່ວມຂອງ​ມວນ​ຊົນ ພ້ອມ​ທັງ​ຕິດຕາມກວດກາ ການຄຸ້ມຄອງສິ່ງແວດລ້ອມ​ຂອງ​ໂຄງການ​ຢ່າງ​ເປັນ​ລະບົບ ​ແລະ ຕໍ່​ເນື່ອງ;
  11. ຕິດຕາມ, ກວດກາຄຸນນະພາບສິ່ງແວດລ້ອມ, ອາກາດ, ສຽງ, ຄວາມສັ້ນສະເທື່ອນ, ດິນ, ນໍ້າ ແລະ ສານເຄມີອັນຕະລາຍ ພາຍໃນແຂວງ, ນະຄອນຫຼວງຂອງຕົນ; ສໍາລັບຫ້ອງທົດລອງປະຈໍາພາກ ທີ່ ແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ແຂວງຈໍາປາສັກ ແມ່ນມີໜ້າທີ່ໃນການວິໄຈຄຸນນະພາບສິ່ງແວດລ້ອມ ຊ່ວຍບັນດາແຂວງ, ນະຄອນຫຼວງ ຂຶ້ນກັບພາກຂອງຕົນ, ຕາມຄວາມອາດສາມາດ ແລະ ລາຍງານຂໍ້ມູນຜົນການວິໄຈໃຫ້ ສະຖາບັນຄົ້ນຄ້ວາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນແຕ່ລະໄລຍະ;
  12. ເຂົ້າ​ຮ່ວມ ແລະ ຈັດຕັ້ງປະຕິບັດຍຸດທະສາດການປ່ຽນແປງດິນຟ້າອາກາດ, ຍຸດ​ທະ​ສາດ​ຫຼຸດຜ່ອນ​ຄວາມ​ສ່ຽງໄພພິບັດ, ແຜນດໍາ​ເນີນງານ​ການປ່ຽນແປງດິນຟ້າອາກາດ, ແຜນງານ​ແຫ່ງຊາດ​ໃນ​ການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຂະ​ບວນການ​ສົ່ງ​ເສີມ​ ໂຄງການ​ຫຼຸດຜ່ອນ​ການ​ປ່ອຍ​ທາດອາຍເຮືອນ​ແກ້ວ ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ; ຈັດຕັ້ງປະຕິບັດ ການສັງເກດສະພາບອາກາດ, ວັດແທກ, ເກັບກຳ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທຳມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄ້ວາ, ສະເໜີປັບປຸງຍົກລະດັບຕາໜ່າງສະຖານີອຸຕຸການບິນ, ຕາໜ່າງສະຖານີອຸຕຸກະເສດ ແລະ ຕາໜ່າງສະຖານີຕິດຕາມແຜ່ນດິນໄຫວໃນຂອບເຂດທ້ອງ​ຖິ່ນ​ຂອງ​ຕົນ;
  13. ເກັບ​ກໍາ​ສັງ​ລວມຂໍ້​ມູນສະ​ຖິ​ຕິ ເຂົ້າ​ໃນລະບົບ​ຖານ​ຂໍ້​ມູນ-ຂ່າວສານ ຊັບພະຍາກອນ​ທໍາ​ມະ​ຊາດ​ ແລະ ສິ່ງ​ແວດ​ລ້ອມ​ ເພື່ອຄຸ້ມ​ຄອງ, ນໍາ​ໃ​ຊ້, ​ແລກປ່ຽນ ​ແລະ ບໍລິການໃນ​ແຂວງ​, ນະຄອນຫຼວງຂອງ​ຕົນ;
  14. ຊີ້​ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບ​ຊ້ອນ, ປະຕິບັດ​ນະ​ໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມ​ທັງ​ສ້າງ​ແຜນ ແລະ ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ, ສຳ​ມະ​ນາ, ຄົ້ນ​ຄ້ວາ, ປັບປຸງ ​ແລະ ບູລະນະ​ກົງຈັກ​ການຈັດ​ຕັ້ງຂອງ​ພະແນກ​ຕົນ ​ໃຫ້​ເຂັ້ມ​ແຂງ; ​ກໍາໜົດຕໍາ​ແໜ່ງງານ ​ໃຫ້ຖືກຕ້ອງ ​ແລະ ​ສອດຄ່ອງ​ກັບໜ້າທີ່​ການ​ເມືອງ​ ໃນ​ແຕ່ລະ​ໄລຍະ;
  15. ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມ​ຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ; ດໍາ​ເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ​, ແຜນງົບປະມານ ລວມທັງ ແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານ ຕາມກົດໝາຍ ແລະ ລະບຽບການ;
  16. ຄຸ້ມ​ຄອງ​ບໍລິຫານ, ຄຸ້ມຄອງ ​ແລະ ນໍາ​ໃຊ້ຊັບສິນ, ຊັບ​ສົມບັດ​ລວມຂອງ​ລັດ​ ໃຫ້​ຖືກ​ກັບ​ເປົ້າໝາຍ ​ແລະ ສອດຄ່ອງ​ກັບ​ກົດໝາຍ ​ແລະ ລະບຽບການຕ່າງໆ;
  17. ຕິດຕາມ​ການ​ປະຕິບັດ​ສິດ, ໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​​ພະນັກງານ-ລັດຖະກອນ ທີ່​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງພະ​ແນ​ກ ​ເພື່ອ​ສະ​ກັດ​ກັ້ນ​ປາກົດການ​ລະ​ເມີດມະຕິ, ຄໍາ​ສັ່ງ, ​​ກົດໝາຍ ​ແລະ ລະບຽບການ​ຕ່າງໆຂອງ​ລັດ;
  18. ພົວພັນ​ຮ່ວມ​ມື​ ທັງ​ພາຍ​ໃນ, ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນຕ່າງໆ ​ເພື່ອ​ຂົນຂວາຍ​ການສະໜັບສະໜູນດ້ານ​ເຕັກນິກ​-ວິຊາ​ການ ​ແລະ ທຶນຮອນ​ເຂົ້າ​ໃນ​ວຽກງາ​ນຂອງ​ພະ​ແນ​ກຕົນ ຕາມ​ການ​ມອບໝາຍ ​ແລະ ການ​ເຫັນ​ດີ​ຂອງ​ຂັ້ນ​ເທີ​ງ;
  19. ປະເມີນຜົນ ແລະ ສະຫຼຸບສັງລວມການປະຕິບັດໜ້າທີ່ການເມືອງຂອງພະແນກຕົນ ແລ້ວລາຍງານໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເປັນປົກກະຕິ;
  20. ປະຕິບັດໜ້າທີ່ອື່ນໆ ຕາມທີ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ​ນະຄອນຫຼວງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມໜ້າທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.