ໃນວັນທີ 14 ກຸມພາ 2020 ກົມຊັບພະຍາກອນນໍ້າ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມອບອຸປະກອນໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ( ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ-ອຸທົກກະສາດ ) ເພື່ອຈັດຕັ້ງປະຕິບັດໂຄງການຕິດຕາມກວດກາຄຸນະພາບນໍ້າທົ່ວປະເທດ 2019-2020 ອຸປະກອນທີ່ມອບໃນຄັ້ງນີ້ມີ:
- ເຄື່ອງວັດແທກນໍ້າ ( WTW 3630 IDS ) ຈໍານວນ 1 ເຄື່ອງ.
- ກະຕຸກເກັບຕົວຢ່າງນໍ້າຂະໜາດ 1000ມລ, ຈໍານວນ 9 ຕຸກ.
- ກະຕຸກເກັບຕົວຢ່າງນໍ້າຂະໜາດ 500ມລ, ຈໍາວນ 3 ຕຸກ.
- ກະຕຸກເກັບຕົວຢ່າງນໍ້າຂະໜາດ 100ມລ ຈຳນວນ, 3 ຕຸກ.
- ຫຼອດປີເປດ ( ສຳລັບໃຊ້ດູດອາຊິດຢອດຮັກສາຕົວຢ່າງນໍ້າ ) ຈຳນວນ 10 ອັນ.
- ອາຊິດຊູນຟູລິກ ແລະ ອາຊິດນີຕຼິກ, ຈຳນວນ 2 ກວດ.
ລວມມູນຄ່າທັງໝົດ: 7,379 ໂດລາ