Print

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 15 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫຍ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມເຜີຍແຜ່ ບົດລາຍງານສະພາບມົນລະພິດ ຂອງແຂວງຊຽງຂວາງຂຶ້ນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສີວັນນະກອນ ມາລີວັນ ຮອງຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກຊສ ແລະ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີຜູ້ເຂົ້າຮ່ວມຈາກທີມງານກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກຊສ ພະແນກການທີ່ກ່ຽວຂ້ອງຂອງແຂວງ ເປັນຕົ້ນແມ່ນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກສາທາລະນະສຸກແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ອົງການພັດທະນາຕົວເມືອງ, ຫຊສ ເມືອງແປກ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 28 ຄົນ, ຍິງ 9 ຄົນ.

ບ່ອນອີງໃນການປະຕິບັດວຽກງານຄັ້ງນີ້, ອີງຕາມກົດໝາຍ ວ່າດ້ວຍ ການປົກປັັກຮັກສາສິ່ງແວດ ລ້ອມ (ສະ ບັບປັບປຸງ) ເລກທີ 29/ ສພຊ, ລົງວັນທີ 18 ທັນວາ 2012, ໃນໝວດທີ 2 ການຄວບຄຸມມົນລະພິດ, ຕໍ່ກັບການສ້າງບົດລາຍງາານສະພາບມົນລະພິດຂອງແຂວງຊຽງຂວາງ, ຜ່ານກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກຊສ ໄດ້ລົງສົມທົບ, ຊີ້ນໍາໆພາຢ່າງໃກ້ຊິດກັບ ພຊສ ແຂວງຊຽງຂວາງ ຕັ້ງແຕ່ການລິເລີ່ມເກັບກໍາຂໍ້ມູນສັງລວມຂໍ້ມູນເຂົ້າເປັນບົດລາຍງານ, ໂດຍນໍາໃຊ້ເວລາໃນການຈັດຕັ້ງປະຕິບັດ ເປັນໄລຍະເວລາ 4 ເດືອນ ນັບແຕ່ເດືອນມີນາ 2021 ຈົນເຖິງປັດຈຸບັນ ແລະ ໄດ້ຈັດກອງປະຊຸມຜ່ານຂະແໜງ ການທີ່ກ່ຽວຂ້ອງກ່ອນຮັບຮອງ.

ໃນກອງປະຊຸມ, ພາຍຫຼັງທີ່ທ່ານປະທານໄດ້ກ່າວມີຄຳເຫັນຕໍ່ກອງປະຊຸມແລ້ວ, ທ່ານ ສິງຄໍາ ທໍາມະຈັກ ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ພຊສ ແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບມົນລະພິດຂອງແຂວງ ໂດຍຫຍໍ້ ເຊິ່ງມີຫົວຂໍ້ດັ່ງນີ້: ຄວາມເປັນມາຂອງບົດລາຍງານສະພາບມົນລະພິດ, ສະພາບລວມຂອງແຂວງຊຽງຂວາງ, ສະພາບລວມມົນລະພິດ, ສະພາບຄຸນນະພາບອາກາດ ແລະ ສຽງ, ສະພາບຄຸນນະພາບນໍ້າ, ການຄຸ້ມຄອງສິ່ງເສດເຫຼືອ, ການຄຸ້ມຄອງສານເຄມີ, ເຫດການສຸກເສີນດ້ານມົນລະພິດ, ການຈັດການມົນລະພິດ ແລະ ຂໍ້ສະເໜີ.

ຫຼັງຈາກທີ່ຄະນະຮັບຜິດຊອບໄດ້ນຳສະເໜີບົດໂດຍຫຍໍ້ແລ້ວ, ກໍ່ໄດ້ຮັບຟັງການປະກອບຄໍາຄິດເຫັນ ຈາກບັນດາຜູ້ເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ ແລະ ສ້າງສັນ, ເຊິ່ງແຕ່ລະຄໍາຄິດເຫັນນັ້ນລ້ວນແລ້ວແຕ່ມີຄວາມໝາຍສໍາຄັນ ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງຊ່ວຍສະໜອງຂໍ້ມູນທີ່ເຫັນວ່າຍັງບໍ່ສອດຄ່ອງ ສົ່ງໃຫ້ກອງເລຂາຄະນະຮັບຜິດຊອບ ເພື່ອນໍາໄປປັບປຸງໃຫ້ຖືກຕ້ອງ, ສອດຄ່ອງກັບຄວາມເປັນຈິງ ແລະ ມີປະສິດທິຜົນສູງ.

ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ.