Print

ໃນ​ຕອນ​ບ່າຍ ເວ​ລາ 1 ໂມງ 30 ນາ​ທີ ຂອງວັນ​ທີ 12 ມີ​ນາ 2020 ນີ້ ກົມ​ແຜນ​ການ ແລະ ການ​ຮ່ວ​ມ​ມື ກ​ຊ​ສ ສົມ​ທົບ​ກັບ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມແຂວງ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືແລກ​ປ່ຽນ​ບົດ​ຮຽນ ກ່ຽວ​ກັບ ວ​ຽກ​ງານ​ແຜນ​ການ ແລະ ວຽກ​ງານ​ຮ່ວມ​ມື ຢູ່​ທີ່​ຫ້ອງ​ປະ​ຊຸມ​ນ້ອຍ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ຊຽງ​ຂວາງ ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານ​ໂດຍ ທ່ານ ສີ​ວອນ ບຸດ​ດາ​ຈັນ ຫົວ​ໜ້າພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມແຂວງ​, ມີ​ທີມ​ງານ​​ມາຈາກ​ກະ​ຊວງ ເຊິ່ງ​ນຳ​ທີມ​ໂດຍ ທ່ານ ນາງ ​ຄຳ​ເຝືອ ບຸນ​ປະ​ເສີດ ​ຮອງຫົວ​ໜ້າ​ພະ​ແນກ​ຮ່ວມ​ມື ກົມ​ແຜນ​ການ ແລະ ການ​ຮ່ວມ​ມື ກ​ຊ​ສ ພ້ອມ​ດ້ວຍ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ທັງ​ໝົດ 15 ຄົນ, ຍິງ 10 ຄົນ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ ແມ່ນ​ເພື່ອ​ຕິດ​ຕາມ ແລະ ​ຊຸກ​ຍູ້ ໃນ​ການ​ສ້າງ​ແຜນ 5 ປີ 2021-2025 ຂອງ​ຂະ​ແໜງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ ຄັ້ງ​ທີ X (2021-2025) ທີ່​ຕິດ​ພັນ​ກັບຂະ​ແໜງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ​ນຳ​ສະ​ເໜີ​ທິດ​ທາງວຽກ​ງານ​ຮ່ວມ​ມື ພາກ​ພື້ນ, ສາ​ກົນ ແລະ ສົນ​ທິ​ສັນ​ຍາ ພາຍ​ໃນຂະ​ແໜງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໃນ​ຕໍ່​ໜ້າ ແລະ ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຍ່ອຍ ທີ່​ໄດ້​ຮັບ​ທຶນ​ຈາກ ທະ​ນາ​ຄານ​ໂລກ ໂດຍ​ຜ່ານກອງ​ທຶນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ (ໂຄງ​ການ Lens II).

ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊຸມ ທ່ານ​ປະ​ທານ​ ໄດ້​ເນັ້ນ​ໜັກ​ໃຫ້​ແຕ່​ລະ​ຂະ​ແໜງ​ ເອົາ​ໃຈ​ໃສ່ໃນ​ການ​ສ້າງ​ແຜນ 5 ປີ 2021-2025 ຂອງ​ຂະ​ແໜງການ​ຕົນໃຫ້​ສຳ​ເລັດ ແລະ ແທດ​ເໝາະ​ກັບ​ໜ້າ​ວຽກ​ຕົວ​ຈິງ. ກ່ຽວ​ກັບ​ວຽກ​ງານ​ຮ່​ວມ​ມື​ກັບ​ພາກ​ພື້ນ ແລະ ສາ​ກົນ ​ແມ່ນ​ໃຫ້​ແຕ່​ລະ​ພາກ​ສ່ວນ​ຂຶ້ນ​ແຜນ​ຄວາມ​ຕ້ອງ​ການ​ທີ່​ຢາກ​ຈະ​ຮ່ວມ​ມື​ ເພື່ອ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫຼືອ​ນຳ​ບັນ​ດາ​ປະ​ເທດ​ທີ່ ກະ​ຊວງຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມເຮົາ ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ (MOU) ນຳ ແລະ ການຈັດ​ຕັ້ງ​ປະຕິ​ບັດ​ໂຄງ​ການ Lens II ແມ່ນ​ໃຫ້​ສຳ​ເລັດ​ຕາມ​ແຜນ​ທີ່​ກຳ​ນົດ​ໄວ້.

ກອງ​ປະ​ຊຸມ​ໄດ້​ປິດ​ລົງດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ ໃນ​ເວ​ລາ 4 ໂມງ 00 ນາ​ທີ ຂອງວັນ​ດຽວ​ກັນ.