ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ​ຕິດ​ຕາມກວດ​ກາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ພຊສ ແຂວງຊຽງຂວາງ ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ລົງຕິດຕາມ, ກວດກາຄຸນະພາບນໍ້າທຳມະຊາດ ຂອງ 4 ເມືອງ ພາຍໃນ ພຊສ ແຂວງຊຽງຂວາງ.

 

ວັນທີ 10-11 ມີນາ 2020 ທິມງານຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພຊສ ແຂວງຊຽງຂວາງ, ນໍາພາໂດຍ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ລົງເຄື່ອນໄຫວວຽກງານຕິດຕາມ, ກວດກາຄຸນະພາບນໍ້າ ໃນຈຳນວນທັງໝົດ 13 ຈຸດ, ຂອບເຂດ 4 ເມືອງຄື: ເມືອງແປກ, ເມືອງຄູນ, ເມືອງຜາໄຊ ແລະ ເມືອງພູກູດ ຂອງ 8 ສາຍນໍ້າຄື: ນໍ້າງື່ມ, ນໍ້າງຽບ, ນໍ້າໂຄ້, ນໍ້າຍວນ, ນໍ້າເຢັນ, ນໍ້າກຶນ, ນໍ້າກັດ ແລະ ນໍ້າສຸຍ.

ຈຸດປະສົງ ເພື່ອເຝົ້າລະວັງແຫຼ່ງທີ່ມາຂອງມົນລະພິດໃນອ່າງຮັບນໍ້າ ແລະ ມີຂໍ້ມູນໄວ້ເປັນບ່ອນອີງໃນການວາງແຜນຄຸ້ມຄອງການນຳໃຊ້ນໍ້າໃຫ້ຍືນຍົງໃນຕໍ່ໜ້າ.

ການຕິດຕາມກວດກາໃນຄັ້ງນີ້ ແມ່ນໄດ້ວັດແທກຄຸນະພາບນໍ້າກັບທີ່ທັງໝົດ 6 ຄ່າພື້ນຖານຄື: pH, EC, DO, TDS, Sal ແລະ Temp.

ນອກຈາກນີ້ ຍັງໄດ້ເກັບຕົວຢ່າງນໍ້າ 3 ຈຸດບຸລິມະສິດສົ່ງໃຫ້ສະຖາບັນຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອວິໄຈຄຸນະພາບນໍ້າທັງໝົດ 18 ທາດ.

Read more: ພຊສ ແຂວງຊຽງຂວາງ ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ລົງຕິດຕາມ, ກວດກາຄຸນະພາບນໍ້າທຳມະຊາດ ຂອງ 4 ເມືອງ...

ກົມຊັບພະຍາກອນນໍ້າ ກຊສ ມອບອຸປະກອນໃໝ່ ສຳລັບວຽກງານຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ແກ່ ພຊສ ແຂວງຊຽງຂວາງ

ໃນວັນທີ 14 ກຸມພາ 2020 ກົມຊັບພະຍາກອນນໍ້າ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມອບອຸປະກອນໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ( ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ-ອຸທົກກະສາດ ) ເພື່ອຈັດຕັ້ງປະຕິບັດໂຄງການຕິດຕາມກວດກາຄຸນະພາບນໍ້າທົ່ວປະເທດ 2019-2020 ອຸປະກອນທີ່ມອບໃນຄັ້ງນີ້ມີ:

  • ເຄື່ອງວັດແທກນໍ້າ ( WTW 3630 IDS ) ຈໍານວນ 1 ເຄື່ອງ.
  • ກະຕຸກເກັບຕົວຢ່າງນໍ້າຂະໜາດ 1000ມລ, ຈໍານວນ 9 ຕຸກ.
  • ກະຕຸກເກັບຕົວຢ່າງນໍ້າຂະໜາດ 500ມລ, ຈໍາວນ 3 ຕຸກ.
  • ກະຕຸກເກັບຕົວຢ່າງນໍ້າຂະໜາດ 100ມລ ຈຳນວນ, 3 ຕຸກ.
  • ຫຼອດປີເປດ ( ສຳລັບໃຊ້ດູດອາຊິດຢອດຮັກສາຕົວຢ່າງນໍ້າ ) ຈຳນວນ 10 ອັນ.
  • ອາຊິດຊູນຟູລິກ ແລະ ອາຊິດນີຕຼິກ, ຈຳນວນ 2 ກວດ.

           ລວມມູນຄ່າທັງໝົດ: 7,379 ໂດລາ

Read more: ກົມຊັບພະຍາກອນນໍ້າ ກຊສ ມອບອຸປະກອນໃໝ່ ສຳລັບວຽກງານຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ແກ່ ພຊສ ແຂວງຊຽງຂວາງ

ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ

ໃນຕອນເຊົ້າຂອງວັນທີ 17 ມີນາ 2020, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ພຊສຂ ໂດຍການເປັນປະທານຂອງ ສະຫາຍ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພູ ຈັນທະວົງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ,  ມີບັນດາສະມາຊິກພັກສົມບູນ-ສໍາຮອງ ພາຍໃນພະແນກ ຊສ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ທັງໝົດ 93 ສະຫາຍ, ຍິງ 37 ສະຫາຍ.

Read more: ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ

ກົມແຜນການ ແລະ ການຮ່ວມມື ກຊສ ລົງຕິດຕາມ ແລະ ຊຸກຍູ້ ວຽກງານແຜນການ ແລະ ວຽກງານຮ່ວມມື ຢູ່ ພຊສ ແຂວງຊຽງຂວາງ

ໃນ​ຕອນ​ບ່າຍ ເວ​ລາ 1 ໂມງ 30 ນາ​ທີ ຂອງວັນ​ທີ 12 ມີ​ນາ 2020 ນີ້ ກົມ​ແຜນ​ການ ແລະ ການ​ຮ່ວ​ມ​ມື ກ​ຊ​ສ ສົມ​ທົບ​ກັບ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມແຂວງ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືແລກ​ປ່ຽນ​ບົດ​ຮຽນ ກ່ຽວ​ກັບ ວ​ຽກ​ງານ​ແຜນ​ການ ແລະ ວຽກ​ງານ​ຮ່ວມ​ມື ຢູ່​ທີ່​ຫ້ອງ​ປະ​ຊຸມ​ນ້ອຍ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ຊຽງ​ຂວາງ ເປັນ​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານ​ໂດຍ ທ່ານ ສີ​ວອນ ບຸດ​ດາ​ຈັນ ຫົວ​ໜ້າພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມແຂວງ​, ມີ​ທີມ​ງານ​​ມາຈາກ​ກະ​ຊວງ ເຊິ່ງ​ນຳ​ທີມ​ໂດຍ ທ່ານ ນາງ ​ຄຳ​ເຝືອ ບຸນ​ປະ​ເສີດ ​ຮອງຫົວ​ໜ້າ​ພະ​ແນກ​ຮ່ວມ​ມື ກົມ​ແຜນ​ການ ແລະ ການ​ຮ່ວມ​ມື ກ​ຊ​ສ ພ້ອມ​ດ້ວຍ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ທັງ​ໝົດ 15 ຄົນ, ຍິງ 10 ຄົນ.

Read more: ກົມແຜນການ ແລະ ການຮ່ວມມື ກຊສ ລົງຕິດຕາມ ແລະ ຊຸກຍູ້ ວຽກງານແຜນການ ແລະ ວຽກງານຮ່ວມມື ຢູ່ ພຊສ ແຂວງຊຽງຂວາງ

ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄປທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຄຸ້ມຄອງ ແລະ ຕິດຕາມກວດກາການນຳໃຊ້ສານເຄມີເຂົ້າໃນການຜະລິດກະສິກຳ ຢູ່ ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ.

ໃນລະຫວ່າງ ວັນທີ 17-22 ກຸມພາ 2020 ​ທີ່​ຜ່ານ​ມາ​ນີ້ ​ທາງຂະ​ແໜງ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ພ​ຊ​ສ ແຂວງ​ຊຽງ​ຂວາງ ​ ​ໄດ້ໄປທັດ​ສະ​ນະ​ສຶກ​ສາ​ແລກ​ປ່ຽນ​ບົດ​ຮຽນ ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ຄຸ້ມ​ຄອງ ແລະ ຕິດ​ຕາມກວດ​ກາ​ການ​ນຳ​ໃຊ້​ສານ​ເຄ​ມີ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ ຢູ່ ແຂວງຫຼວງ​ພະ​ບາງ ແລະ ແຂວງ​ໄຊ​ຍະ​ບູ​ລີ ເຊິ່ງ​ນຳ​ພາ​ໂດຍ ທ່ານ ສີ​ວອນ ບຸດ​ດາ​ຈັນ, ຫົວ​ໜ້າ​ພະ​ແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ແຂວງ ໂດຍມີການເຄື່ອນໄຫວຄື:

Read more: ຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ໄປທັດສະນະສຶກສາແລກປ່ຽນບົດຮຽນ ກ່ຽວກັບ...

  1. ຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລົງຊຸກຍູ້ວຽກງານໃຫ້ ພຊສ ແຂວງຊຽງຂວາງ
  2. ກອງປະຊຸມການລົງເກັບກໍາຂໍ້ມູນ ແລະ ປຶກສາຫາລື ການຂຶ້ນທະບຽນອອກໃບຕາດິນ ແລະ ການຄຸ້ມຄອງທີ່ດິນ ຢູ່ແຂວງຊຽງຂວາງ
  3. ກອງປະຊຸມໃຫ່ຍຂອງຮາກຖານ 3 ອົງການຈັດຕັ້ງມະຫາຊົນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ
  4. ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະບັບ ເລກທີ 451/ນຍ, ລົງວັນທີ 23 ທັນວາ 2019

Page 8 of 9

  • 1
  • 2
  • 3
  • 4
  • ...
  • 6
  • 7
  • 8
  • 9
  • You are here:  
  • Home

Latest Articles

  • ພິທີປະກາດ ວ່າການຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງໜອງແຮດ.
  • ກອງປະຊຸມຝຶກອົບຮົມ ກ່ຽວກັບ ວຽກງານກົນໄກການແກ້ໄຂຄຳຮ້ອງທຸກ ໃຫ້ພະນັກງານພຊສ 2 ແຂວງ: ແຂວງຫົວພັນ ແລະ ແຂວງຊຽງຂວາງ.
  • ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງຊຽງຂວາງ ໃນນາມຫົວໜ້າກອງເລຂາ RMU ໄດ້ສົມທົບກັບກອງເລຂາຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ລົງເຜີຍແຜ່ຄຳແນະນໍາເພີ່ມເຕີມ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບເລກທີ 161/ຈຂ.ຊຂ, ລົງວັນທີ 28 ກຸມພາ 2018.
  • ບົດລາຍງານ PM 2.5 ປະຈຳວັນທີ 24 ພຶດສະພາ 2023
  • ພິທີສະຫຼຸບປິດບ້ານສຳຫຼວດວັດແທກພິສູດຫຼັກຖານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ຢູ່ບ້ານ ຍວນ ເມືອງແປກ ແຂວງຊຽງຂວາງ.
111909
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
38
101
38
110156
685
4128
111909

Your IP: 44.200.82.149
2023-06-04 07:11
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ