ທິມງານຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍຂັ້ນແຂວງ ໄປຖອດຖອນບົດຮຽນ ກ່ຽວກັບ ວຽກງານການທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ຢູ່ບ້ານສາມັກຄີໄຊ ( ບ້ານຈັດສັນຍົກຍ້າຍ ) ເມືອງຊຽງເງິນ ແຂວງຫຼວງພະບາງ
ໃນລະຫວ່າງວັນທີ 15 - 17 ຕຸລາ 2020 ທິມງານຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍຂັ້ນແຂວງ ໄດ້ສົມທົບກັບບໍລິສັດ ໄຟຟ້ານໍ້າງື່ມ 3 ພາວເວີ ຈຳກັດ ໄດ້ໄປຖອດຖອນບົດຮຽນ ກ່ຽວກັບ ວຽກງານການທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າຄານ 3 ບ້ານສາມັກຄີໄຊ ( ບ້ານຈັດສັນຍົກຍ້າຍ ) ເມືອງຊຽງເງິນ ແຂວງຫຼວງພະບາງ, ໂດຍໃຫ້ກຽດນຳພາທິມງານຂອງ ທ່ານ ບົວສອນ ສີນວນທອງ ຄະນະປະຈຳພັກແຂວງ ແລະ ໃຫ້ກຽດຕ້ອນຮັບຂອງ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງໆຫຼວງພະບາງ, ບໍລິສັດ ເຂື່ອນໄໄຟ້ານໍ້າຄານ 3 ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ລວມມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 5 ທ່ານ.
Read more: ທິມງານຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍຂັ້ນແຂວງ ໄປຖອດຖອນບົດຮຽນ ກ່ຽວກັບ...
ຂະບວນການອອກແຮງງານຂໍ່ານັບຮັບຕ້ອນວັນນໍ້າແຫ່ງຊາດ 11 ຕຸລາ 2020
ໃນຕອນເຊົ້າຂອງວັນທີ 9 ຕຸລາ 2020 ຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ-ອຸທົກກະສາດ ໄດ້ອອກແຮງງານລວມອະນາໄມຂອບເຂດສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອຂໍ່ານັບຮັບຕ້ອນວັນນໍ້າແຫ່ງຊາດ 11 ຕຸລາ 2020 ໂດຍການເຂົ້າຮ່ວມໂດຍ ທ່ານ ສອນເພັດ ລາພະທອງ ຮອງເລຂາພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ. ນຳພາທິມງານອອກແຮງງານໂດຍ ທ່ານ ວິໄລພອນ ມະນີວົງ ຫົວໜ້າຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ພ້ອມດ້ວຍອ້າຍນ້ອງສະມາຊິກພາຍໃນຂະແໜງລວມທັງໝົດ 11 ຄົນ, ຍິງ 4 ຄົນ.
Read more: ຂະບວນການອອກແຮງງານຂໍ່ານັບຮັບຕ້ອນວັນນໍ້າແຫ່ງຊາດ 11 ຕຸລາ 2020
ພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 ຫາ 20 ກໍລະກົດ 2020 ) ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ
ໃນຕອນແລງຂອງວັນທີ 3 ສິງຫາ 2020 ເວລາ 13:30 ນາທີ ທີ່ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 ຫາ 20 ກໍລະກົດ 2020 ) ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໂດຍການເປັນປະທານ ຂອງທ່ານ ສີວອນ ບຸດດດາຈັນ, ທ່ານ ສອນເພັດ ລາພະທອງ ຮອງຫົວໜ້າພະແນກ ແລະ ທ່ານ ບົວສີ ພັນທະວົງ ຄະນະພະແນກ, ໂດຍມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງ ພາຍໃນ ພຊສ ແຂວງ ພ້ອມດ້ວຍພະນັກງານທັງໝົດໃນທົ່ວ ພຊສ ແຂວງ ເຂົ້າຮ່ວມທັງໝົດ 67 ຄົນ, ຍິງ 33 ຄົນ.
ກົມຊັບພະຍາກອນນ້ຳ ມອບຄອມພິວເຕີ ໃຫ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ
ໃນຕອນບ່າຍ ເວລາ 14:00 ນາທີ ຂອງວັນທີ 27 ພຶດສະພາ 2020 ກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມອບຄອມພິວເຕີຕັ້ງໂຕະ ຈຳນວນ 01 ຊຸດ ໃຫ້ແກ່ ຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ເພື່ອຮັບໃຊ້ເຂົ້າໃນວຽກງານຄຸ້ມຄອງຊັບພະຍາກອນນ້ຳ.
ພິທີຕັ້ງເສົາ ກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງພູກູດ, ແຂວງຊຽງຂວາງ.
ໃນຕອນເຊົ້າ ເວລາ 8 ໂມງ 00 ນາທີ ຂອງວັນທ່ີ 30 ເດືອນ 03 ປີ 2020 ທີມງານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ເຊິ່ງນໍາໂດຍ ທ່ານ ສອນເພັດ ລາພະທອງ ຮອງຫົວໜ້າ ພຊສ ແຂວງ ສົມທົບກັບ ຫ້ອງການ ຊສ ເມືອງພູກູດ ຈັດພິທີຕັ້ງເສົາ ກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງພູກູດ ແຂວງຊຽງຂວາງ ທີ່ຫ້ອງວ່າການປົກຄອງ ເມືອງພູກູດ ແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສົງ ວິລິວົງ ຮອງເຈົ້າເມືອງໆກູດ ຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ ຊສ ເມືອງພູກູດ ພ້ອມດ້ວຍວິຊາການ ເຂົ້າຮ່ວມທັງໝົດ 23 ຄົນ ຍິງ 10 ຄົນ.
Read more: ພິທີຕັ້ງເສົາ ກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງພູກູດ, ແຂວງຊຽງຂວາງ.
Page 7 of 9