ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ​ຕິດ​ຕາມກວດ​ກາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ກອງປະຊຸມເຜີຍແຜ່ ບົດລາຍງານສະພາບມົນລະພິດ ຂອງແຂວງຊຽງຂວາງ

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 15 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫຍ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມເຜີຍແຜ່ ບົດລາຍງານສະພາບມົນລະພິດ ຂອງແຂວງຊຽງຂວາງຂຶ້ນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສີວັນນະກອນ ມາລີວັນ ຮອງຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກຊສ ແລະ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີຜູ້ເຂົ້າຮ່ວມຈາກທີມງານກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກຊສ ພະແນກການທີ່ກ່ຽວຂ້ອງຂອງແຂວງ ເປັນຕົ້ນແມ່ນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກສາທາລະນະສຸກແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ອົງການພັດທະນາຕົວເມືອງ, ຫຊສ ເມືອງແປກ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 28 ຄົນ, ຍິງ 9 ຄົນ.

Read more: ກອງປະຊຸມເຜີຍແຜ່ ບົດລາຍງານສະພາບມົນລະພິດ ຂອງແຂວງຊຽງຂວາງ

ກອງປະຊຸມຄົ້ນຄ້ວາ, ປືກສາຫາລື ກ່ຽວກັບ ການຄຸ້ມຄອງ ແລະ ການອະນຸຍາດການລົງທຶນ ບັນດາກິດຈະການຕ່າງໆ ທີ່ກ່ຽວພັນກັບການອະນຸຍາດໃນຂະແໜງການສິ່ງແວດລ້ອມ

ໃນຕອນແລງ ຂອງວັນທີ 09 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫ່ຍ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມຄົ້ນຄ້ວາ, ປືກສາຫາລື ກ່ຽວກັບ ການຄຸ້ມຄອງ ແລະ ການອະນຸຍາດການລົງທຶນ ບັນດາກິດຈະການຕ່າງໆ ທີ່ກ່ຽວພັນກັບການອະນຸຍາດໃນຂະແໜງການສິ່ງແວດລ້ອມ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ແຂວງ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ລວມຜູ້ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 4 ທ່ານ.

Read more: ກອງປະຊຸມຄົ້ນຄ້ວາ, ປືກສາຫາລື ກ່ຽວກັບ ການຄຸ້ມຄອງ ແລະ ການອະນຸຍາດການລົງທຶນ ບັນດາກິດຈະການຕ່າງໆ...

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ເມືອງພູກູດ ແຂວງຊຽງຂວາງ

ໃນຕອນແລງເວລາ 13:30 ນາທີ ຂອງວັນທີ 06 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫ່ຍ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ເມືອງພູກູດ ແຂວງຊຽງຂວາງ ໃນໄລຍະ 6 ເດືອນຜ່ານມາ ແລະ ວາງແຜນທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຮ່ວມຂອງທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ( ຫົວໜ້າກອງເລຂາທົດແທນຄ່າເສຍຫາຍຂັ້ນແຂວງ), ທ່ານຄຳສີ ທຳມະວົງ ຮອງເຈົ້າເມືອງໆພູກູດ. ພາກສ່ວນທີ່ເຂົ້າຮ່ວມຈາກບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ ລວມທັງໝົດ 27 ທ່ານ, ຍິງ 3 ທ່ານ.

Read more: ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ແລະ...

ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ຄົບຮອບ 49 ປີ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ

ໃນຕອນເຊົ້າ ເວລາ 6:30 ນາທີ ຂອງວັນທີ 9 ມິຖຸນາ 2021 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ຄົບຮອບ 49 ປີ ພາຍໃຕ້ຄຳຂວັນທີ່ວ່າ " ຮ່ວມແຮງຮ່ວມໃຈກັນ ຟື້ນຟູລະບົບນິເວດ " " ECOSYSTEM RESTORATION” " ໂດຍການເປັນປະທານຮ່ວມຂອງ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງພ້ອມດ້ວຍຄະນະ, ມີບັນດາຫົວໜ້າ/ຮອງຫົວໜ້າຂະແໜງຕະຫຼອດຮອດພະນັກງານທັງໝົດໃນ ພຊສແຂວງ ເຂົ້າຮ່ວມທັງໝົດ 74 ທ່ານ, ຍິງ 36 ທ່ານ.

Read more: ພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ຄົບຮອບ 49 ປີ...

ກອງປະຊຸມຝຶກອົບຮົມວຽກງານການຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ

ໃນຄັ້ງວັນທີ 23 - 24 ພະຈິກ 2020 ຂະແໜງຊັບພະຍາກອນນໍ້າ -  ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານການຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຄູນ. ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ, ຍິງ 6 ຄົນ ທີ່ມາຈາກ ຫຊສ ເມືອງຄື: ຫຊສ ເມືອງແປກ, ຫຊສ ເມືອງພູກູດ, ຫຊສ ເມືອງຜາໄຊ, ຫຊສ ເມືອງຄູນ ແລະ ວິທະຍາກອນຈາກຂະແໜງຊັບພະຍາກອນນໍ້າ-ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

Read more: ກອງປະຊຸມຝຶກອົບຮົມວຽກງານການຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ...

  1. ທິມງານຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍຂັ້ນແຂວງ ໄປຖອດຖອນບົດຮຽນ ກ່ຽວກັບ ວຽກງານການທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ຢູ່ບ້ານສາມັກຄີໄຊ ( ບ້ານຈັດສັນຍົກຍ້າຍ ) ເມືອງຊຽງເງິນ ແຂວງຫຼວງພະບາງ
  2. ຂະບວນການອອກແຮງງານຂໍ່ານັບຮັບຕ້ອນວັນນໍ້າແຫ່ງຊາດ 11 ຕຸລາ 2020
  3. ພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 ຫາ 20 ກໍລະກົດ 2020 ) ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ
  4. ກົມຊັບພະຍາກອນນ້ຳ ມອບຄອມພິວເຕີ ໃຫ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ

Page 6 of 9

  • 1
  • 2
  • 3
  • 4
  • ...
  • 6
  • 7
  • 8
  • 9
  • You are here:  
  • Home

Latest Articles

  • ພິທີປະກາດ ວ່າການຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງໜອງແຮດ.
  • ກອງປະຊຸມຝຶກອົບຮົມ ກ່ຽວກັບ ວຽກງານກົນໄກການແກ້ໄຂຄຳຮ້ອງທຸກ ໃຫ້ພະນັກງານພຊສ 2 ແຂວງ: ແຂວງຫົວພັນ ແລະ ແຂວງຊຽງຂວາງ.
  • ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງຊຽງຂວາງ ໃນນາມຫົວໜ້າກອງເລຂາ RMU ໄດ້ສົມທົບກັບກອງເລຂາຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ລົງເຜີຍແຜ່ຄຳແນະນໍາເພີ່ມເຕີມ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບເລກທີ 161/ຈຂ.ຊຂ, ລົງວັນທີ 28 ກຸມພາ 2018.
  • ບົດລາຍງານ PM 2.5 ປະຈຳວັນທີ 24 ພຶດສະພາ 2023
  • ພິທີສະຫຼຸບປິດບ້ານສຳຫຼວດວັດແທກພິສູດຫຼັກຖານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ຢູ່ບ້ານ ຍວນ ເມືອງແປກ ແຂວງຊຽງຂວາງ.
111933
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
62
101
62
110156
709
4128
111933

Your IP: 44.200.82.149
2023-06-04 08:18
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຊຽງຂວາງ