ໃນຕອນບ່າຍເວລາ 13 ໂມງ 30 ນາທີ ຂອງວັນທີ 18 ກຸມພາ 2022 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ຈັດພິທີປິດການຝຶກອົບຮົມວຽກງານຂື້ນທະບຽນອອກໃບຕາດິນ ຂຶ້ນຢ່າງເປັນທາງການ ໂດຍຜ່ານລະບົບ Video Conference. ພິທີດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ນ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຮອງຫົວໜ້າຂະແໜງທີ່ດິນ ພຊສ ແຂວງ, ຫົວໜ້າ ແລະ ຮອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງແປກ ພ້ອມດ້ວຍທີມງານຄູຝຶກຈາກກົມທີ່ດິນ ກຊສ, ຄະນະວິຊາການພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ໜ່ວຍງານຂື້ນທະ ບຽນອອກໃບຕາດິນເຂົ້າຮ່ວມທັງໝົດມີ 27 ທ່ານ, ຍິງ 8 ທ່ານ.

ໃນພິທີດັ່ງກ່າວ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານຫຍໍ້ ກ່ຽວກັບ ຜົນການຝຶກອົບຮົມເຊິ່ງເລີ່ມແຕ່ວັນທີ 7 - 18 ກຸມພາ 2022 ຕໍ່ກອງປະຊຸມ.

ນອກຈາກນັ້ນ ກໍ່ໄດ້ມີການມອບ-ຮັບ ໃບຢັ້ງຢືນການຝຶກອົບຮົມ ໃຫ້ແກ່ນັກສຳມະນາກອນທຸກທ່ານ ເຊິ່ງມອບໂດຍທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

 

ໃນຕອນທ້າຍ ທ່ານ ນ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານໄດ້ມີຄຳເຫັນ ແລະ ໃຫ້ທິດເຍື່ອງທາງຕໍ່ວຽກງານດັ່ງກ່າວ ແລະ ທ່ານກໍ່ໄດ້ກ່າວປິດກອງປະຊຸມລົງຢ່າງເປັນທາງການ