ໃນຕອນເຊົ້າເວລາ 8:30 ນາທີຂອງວັນທີ 01 ກັນຍາ 2021 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມວິຊາການ ເພື່ອປຶກສາຫາລື, ປະກອບຄຳຄິດເຫັນທາງດ້ານຂໍ້ມູນໃສ່ຮ່າງບົດລາຍງານສະພາບສິ່ງແວດລ້ອມ ຂອງແຂວງຊຽງຂວາງ ຂຶ້ນຢ່າງເປັນທາງການ, ໃນກອງປະຊຸມໃຫ້ກຽດເປັນປະທານໂດຍທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ, ມີບັນດາຄະນະຮັບຜິດຊອບການສ້າງບົດລາຍງານສະພາບສິ່ງແວດລ້ອມຂອງແຂວງຈາກບັນດາພະແນກການອ້ອມຂ້າງແຂວງ, ຕາງໜ້າຂະແໜງການພາຍໃນ ພຊສ ເຂົ້າຮ່ວມທັງໝົດ 26 ທ່ານ, ຍິງ7 ທ່ານ.

ກອງປະຊຸມດັ່ງກ່າວ ໄດ້ມີການປຶກສາຫາລືກັນ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຈາກຫລາຍພາກສ່ວນຢ່າງເປັນຂະບວນຟົດຟື້ນ.