ໃນຕອນເຊົ້າຂອງວັນທີ 01 ກັນຍາ 2021 ທີ່ຫ້ອງປະຊຸມຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຜາໄຊ ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຕາມພາລະບົດບາດ ໃໝ່ ຂຶ້ນຢ່າງເປັນທາງການ, ໃນພິທີດັ່ງກ່າວໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສອນເພັດ ລາພະທອງ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ສົມໝາຍ ຈິດຕະວົງ ກຳມະການພັກເມືອງ ຮອງເຈົ້າເມືຶອງໆຜາໄຊ, ມີຄະນະປັບປຸງກົງ ຈັກການຈັດຕັ້ງຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ຕະຫລອດຮອດພະນັກງານ- ລັດຖະກອນພາຍ ໃນ ຫຊສ ເມືຶອງຜາໄຊ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 4 ສະຫາຍ.

ຜົນຂອງກອງປະຊຸມແມ່ນສາມາດສະຫລຸບໄດ້ດັ່ງນີ້:

# ຂໍ້ຕົກລົງທ່ານເຈົ້າເມືອງໆຜາໄຊ ເລກທີ 180/ຜຊ, ລົງວັນທີ 18 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງໜ່ວຍງານ:

  1. ທ່ານ ຫຍ່ອຍຄຳ ພອນມີໄຊ ເປັນຫົວໜ້າໜ່ວຍງານບໍລິຫານ.
  2. ທ່ານ ຊາຍພອນ ນວນທະສິງ ເປັນຮອງໜ່ວຍງານບໍລິຫານ
  3. ທ່ານ ໄຊຍະສິດ ໃຈປະເສີດ ເປັນຫົວໜ້າໜ່ວຍງານວິຊາການ
  4. ທ່ານ ນ. ພິມພາ ໄຊຍະຈິດ ເປັນຮອງຫົວໜ້າໜ່ວຍງານວິຊາການ