ໃນຕອນເຊົ້າຂອງວັນທີ 31 ສິງຫາ 2021 ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມເມືອງຄູນ ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ຕາມພາລະບົດບາດ ໃໝ່ ຂຶ້ນຢ່າງເປັນທາງການ, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວຽງໄຊ ວິໄລສັກ ກຳມະການພັກເມືອງ ຮອງເຈົ້າເມືອງໆຄູນ, ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ, ມີຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ຕະ ຫລອດຮອດພະນັກງານ-ລັດຖະກອນພາຍໃນ ຫຊສ ເມືຶອງຄູນເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 8 ສະ ຫາຍ.