ໃນຕອນແລງ ເວລາ 13:30 ນາທີ ຂອງວັນທີ 19 ກໍລະກົດ 2021 ນີ້ ທີ່ຫ້ອງປະຊຸມໃຫ່ຍຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ 20 ກໍລະກົດ 2021 ຄົບຮອບ 66 ປີ. ພິທີດັ່ງກ່າວເປັນກຽດເຂົ້າຮ່ວມ ໂດຍທ່ານ ສີວອນ ບຸດດາຈັນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຄະນະ, ມີທ່ານ ນາງ ສາຍລົມ ສີລາພັນເດດ ປະທານ ສະຫະພັນແມ່ຍິງ ພະແນກ ຊສ ແຂວງ ພ້ອມດ້ວຍຄະນະພັກຮາກຖານ, ຫົວໜ້າຮອງຫົວໜ້າ 8 ຂະແໜງການ ທີ່ຂື້ນກັບພະແນກ ຕະຫລອດຮອດ ພະນັກງານ ລັດຖະກອນ ແລະ ອາສາສະໝັກ ເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 34 ຄົນ.

ໃນພິທີດັ່ງກ່າວ, ທ່ານ ນາງ ສາຍລົມ ສີລາພັນເດດ ປະທານຮາກຖານສະຫະພັນແມ່ຍິງ ພະແນກ ຊສ ແຂວງ ໄດ້ຂຶ້ນເລົ່າປະຫວັດມູນເຊື້ອ ວັນສ້າງຕັ້ງແມ່ຍິງລາວ 20 ກໍລະກົດ 1955 ຫາ 20 ກໍລະກົດ 2021 ຄົບຮອບ 66 ປີ.

ແລະ ໃນຕອນທ້າຍກໍ່ໄດ້ຟັງການໂອ້ລົມຂອງທ່ານ ສິວອນ ບຸດດາຈັນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງທ່ານໄດ້ເນັ້ນໃຫ້ເຫັນບົດບາດອັນສຳຄັນ ແລະ ຍິ່ງໃຫ່ຍຂອງແມ່ຍິງລາວໃນຫຼາຍໆດ້ານ.

ພິທີດັ່ງກ່າວ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນເວລາ 14 ໂມງ 00 ນາທີ ຂອງວັນດຽວກັນ.