ໃນຕອນເຊົ້າຂອງວັນທີ 17 ມີນາ 2020, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ພຊສຂ ໂດຍການເປັນປະທານຂອງ ສະຫາຍ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພູ ຈັນທະວົງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ, ມີບັນດາສະມາຊິກພັກສົມບູນ-ສໍາຮອງ ພາຍໃນພະແນກ ຊສ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ທັງໝົດ 93 ສະຫາຍ, ຍິງ 37 ສະຫາຍ.
ໃນກອງປະຊຸມ ສະຫາຍ ສີວອນ ບຸດດາຈັນ, ຮອງເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຂຶ້ນຜ່ານບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການປີ 2020-2024 ຂອງຄະນະພັກຮາກຖານ, ຫຼັງຈາກນັ້ນ ສະຫາຍ ບົວສີ ພັນທະວົງ ຄະນະພັກຮາກຖານ ພຊສ ກໍ່ໄດ້ຂຶ້ນຜ່ານບົດສໍາຫຼວດ ການນໍາພາລວມຂອງຄະນະພັກໃນໄລຍະ 5 ປີຜ່ານມາ.
ແຕ່ລະສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄ້ວາ ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຕາມຈຸດປະສົງທີ່ວາງໄວ້ ແລະ ໄດ້ລົງປະຊາມະຕິເປັນເອກະສັນກັນ ຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ດັ່ງລຸ່ມນີ້:
- ຮັບຮອງເອົາທິດທາງລວມ, ໜ້າທີ່ອັນລະອຽດ ຄາດໝາຍສູ້ຊົນແຕ່ລະດ້ານ ແຕ່ນີ້ເຖິງກອງປະຊຸມຄັ້ງຕໍ່ໄປ ຂອງຄະນະພັກຮາກຖານພະແນກ ຊສ ແຂວງ ເພື່ອແນໃສ່ສູ້ຊົນປັບປຸງພັກຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ບັນລຸຜົນຕາມລະດັບຄາດໝາຍ ຫຼື ລື່ນຄາດທີ່ໄດ້ກໍານົດໄວ້ແຕ່ລະໄລຍະ.
- ກອງປະຊຸມໄດ້ຮັບຟັງບົດສໍາຫຼວດການນໍາພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຕີລາຄາເຖິງການຊີ້ນໍາ-ນໍາພາ ສ່ອງແສງລາຍງານໃຫ້ເຫັນດ້ານດີທີ່ຕັ້ງໜ້າຈະໄດ້ເສີມຂະຫຍາຍ ແລະ ດ້ານຫຍໍ້ທໍ້ ທີ່ເປັນບົດຮຽນໃນການແກ້ໄຂໃນຕໍ່ໜ້າ ແລະ ກໍ່ໄດ້ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານຊຸດໃໝ່ຈໍານວນ 5 ສະຫາຍ.
- ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ເຊິ່ງແຕ່ລະພາກ ສ່ວນລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ, ການລາຍງານສ່ວນຫຼາຍໄດ້ລົງເລິກ ລາຍງານຜົນສໍາເລັດຂອງການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ເຂົ້າໃນຂົງເຂດ ກົມກອງ, ຂະແໜງການຂອງຕົນ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂື້ນຕື່ມ.
- ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານ ເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ສະໝັກເລືອກຕັ້ງ 7 ສະຫາຍ, ຍິງ 1 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກຮາກຖານໄດ້ເລືອກຕັ້ງເອົາ ເລຂາ, ຮອງເລຂາ ແລະ ຄະນະພັກຮາກຖານ ເຊິ່ງມີລາຍຊື່ລະອຽດດັ່ງນີ້:
- ສະຫາຍ ສີວອນ ບຸດດາຈັນ ເປັນເລຂາຄະນະພັກຮາກຖານ
- ສະຫາຍ ສອນເພັດ ລາພະທອງ ເປັນຮອງເລຂາຄະນະພັກຮາກຖານ
- ສະຫາຍ ສາຍຄໍາ ນວນທະສິງ ເປັນຄະນະພັກຮາກຖານ
- ສະຫາຍ ລິນ ໄຊຍະພານທອງ ເປັນຄະນະພັກຮາກຖານ
- ສະຫາຍ ເພັງ ສີອາໄພ ເປັນຄະນະພັກຮາກຖານ
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນໍາ-ນໍາພາພະນັກງານ, ສະມາຊິກພັກ, ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສຶບຕໍ່ປັບປຸງແກ້ໄຂ. ຈາກນັ້ນ, ສະຫາຍ ໄດ້ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານໃນທາງທີ່ສ້າງສັນ ສະຫາຍ ມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສຶບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານພັກ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຍິ່ງໃຫຍ່ກ່ວາເກົ່າ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ແລະ ໄດ້ປິດລົງໃນເວລາ 4 ໂມງ 00 ນາທີ ຂອງວັນດຽວກັນ.