ໃນວັນທີ 30 ກໍລະກົດ 2021 ຄະນະທິມງານຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສິ່ງແວດລ້ອມສັງຄົມ ແລະ ທຳມະຊາດຂອງໂຄງການປູກໝາກໄມ້ປອດສານພິດ ຢູ່ບ້ານໝີ່ ເມືອງແປກ ແຂວງຊຽງຂວາງ ຂອງບໍລິ ສັດ ລາວ ຢາ ຊິງ ກົວຜິງ ຈຳກັດຜູ້ດຽວ. ໃຫ້ກຽດນຳພາທິມງານໂດຍ ທ່ານ ກົງທະນູ ອຸ່ນສະຫວັນ ກຳມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແປກ ແລະ ທ່ານ ສອນເພັດ ລາພະທອງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ໂດຍມີຜູ້ເຂົ້າຮ່ວມຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ຫ້ອງການ ຊສ ເມືອງແປກ, ນາຍບ້ານໆໝີ່ ແລະ ອຳນວຍການບໍລິສັດ ລາວ ຢາຊິງ ກົວຜິງ ເຂົ້າຮ່ວມທັງໝົດ 20 ຄົນ, ຍິງ 10 ຄົນ.

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 20 ກໍລະກົດ 2021 ທີ່ຫ້ອງປະຊຸມ ຣີສອດບໍ່ນໍ້າອຸ່ນ ເມືອງຄຳ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຄຸ້ມຄອງສິ່ງແວດລ້ອມ ປະ ຈຳ 6 ເດືອນຕົ້ນປີ 2021 ແລະປຶກສາຫາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວໃນຕໍ່ໜ້າ ຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີຜູ້ເຂົ້າຮ່ວມປະກອບມີທ່ານ ຮອງຫົວໜ້າພະແນກ, ບັນດາເຈົ້າເມືອງ/ຮອງເຈົ້າເມືອງ 7 ເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການ ຊສ ເມືອງ ພ້ອມດ້ວຍວິຊາການຜູ້ທີ່ຮັບຜິດຊອບວຽກງານສິ່ງແວດລ້ອມຈາກ 7 ເມືອງ ຕະຫລອດຮອດພະນັກງານຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ພຊສ ແຂວງ ເຂົ້າຮ່ວມທັງໝົດ 36 ຄົນ, ຍິງ 5 ຄົນ.

ໃນຕອນແລງ ເວລາ 13:30 ນາທີ ຂອງວັນທີ 19 ກໍລະກົດ 2021 ນີ້ ທີ່ຫ້ອງປະຊຸມໃຫ່ຍຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ 20 ກໍລະກົດ 2021 ຄົບຮອບ 66 ປີ. ພິທີດັ່ງກ່າວເປັນກຽດເຂົ້າຮ່ວມ ໂດຍທ່ານ ສີວອນ ບຸດດາຈັນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຄະນະ, ມີທ່ານ ນາງ ສາຍລົມ ສີລາພັນເດດ ປະທານ ສະຫະພັນແມ່ຍິງ ພະແນກ ຊສ ແຂວງ ພ້ອມດ້ວຍຄະນະພັກຮາກຖານ, ຫົວໜ້າຮອງຫົວໜ້າ 8 ຂະແໜງການ ທີ່ຂື້ນກັບພະແນກ ຕະຫລອດຮອດ ພະນັກງານ ລັດຖະກອນ ແລະ ອາສາສະໝັກ ເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 34 ຄົນ.

ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 15 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫຍ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມເຜີຍແຜ່ ບົດລາຍງານສະພາບມົນລະພິດ ຂອງແຂວງຊຽງຂວາງຂຶ້ນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສີວັນນະກອນ ມາລີວັນ ຮອງຫົວໜ້າກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກຊສ ແລະ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີຜູ້ເຂົ້າຮ່ວມຈາກທີມງານກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກຊສ ພະແນກການທີ່ກ່ຽວຂ້ອງຂອງແຂວງ ເປັນຕົ້ນແມ່ນ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກສາທາລະນະສຸກແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ອົງການພັດທະນາຕົວເມືອງ, ຫຊສ ເມືອງແປກ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 28 ຄົນ, ຍິງ 9 ຄົນ.

ໃນຕອນແລງ ຂອງວັນທີ 09 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫ່ຍ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມຄົ້ນຄ້ວາ, ປືກສາຫາລື ກ່ຽວກັບ ການຄຸ້ມຄອງ ແລະ ການອະນຸຍາດການລົງທຶນ ບັນດາກິດຈະການຕ່າງໆ ທີ່ກ່ຽວພັນກັບການອະນຸຍາດໃນຂະແໜງການສິ່ງແວດລ້ອມ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ແຂວງ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ລວມຜູ້ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 4 ທ່ານ.

Subcategories