ໃນຕອນແລງເວລາ 13:30 ນາທີ ຂອງວັນທີ 06 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫ່ຍ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ເມືອງພູກູດ ແຂວງຊຽງຂວາງ ໃນໄລຍະ 6 ເດືອນຜ່ານມາ ແລະ ວາງແຜນທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຮ່ວມຂອງທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ( ຫົວໜ້າກອງເລຂາທົດແທນຄ່າເສຍຫາຍຂັ້ນແຂວງ), ທ່ານຄຳສີ ທຳມະວົງ ຮອງເຈົ້າເມືອງໆພູກູດ. ພາກສ່ວນທີ່ເຂົ້າຮ່ວມຈາກບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ ລວມທັງໝົດ 27 ທ່ານ, ຍິງ 3 ທ່ານ.

ໃນຕອນເຊົ້າ ເວລາ 6:30 ນາທີ ຂອງວັນທີ 9 ມິຖຸນາ 2021 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ຄົບຮອບ 49 ປີ ພາຍໃຕ້ຄຳຂວັນທີ່ວ່າ " ຮ່ວມແຮງຮ່ວມໃຈກັນ ຟື້ນຟູລະບົບນິເວດ " " ECOSYSTEM RESTORATION” " ໂດຍການເປັນປະທານຮ່ວມຂອງ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງພ້ອມດ້ວຍຄະນະ, ມີບັນດາຫົວໜ້າ/ຮອງຫົວໜ້າຂະແໜງຕະຫຼອດຮອດພະນັກງານທັງໝົດໃນ ພຊສແຂວງ ເຂົ້າຮ່ວມທັງໝົດ 74 ທ່ານ, ຍິງ 36 ທ່ານ.

ໃນຄັ້ງວັນທີ 23 - 24 ພະຈິກ 2020 ຂະແໜງຊັບພະຍາກອນນໍ້າ -  ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານການຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຄູນ. ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ, ຍິງ 6 ຄົນ ທີ່ມາຈາກ ຫຊສ ເມືອງຄື: ຫຊສ ເມືອງແປກ, ຫຊສ ເມືອງພູກູດ, ຫຊສ ເມືອງຜາໄຊ, ຫຊສ ເມືອງຄູນ ແລະ ວິທະຍາກອນຈາກຂະແໜງຊັບພະຍາກອນນໍ້າ-ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

ໃນລະຫວ່າງວັນທີ 15 - 17 ຕຸລາ 2020 ທິມງານຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍຂັ້ນແຂວງ ໄດ້ສົມທົບກັບບໍລິສັດ ໄຟຟ້ານໍ້າງື່ມ 3 ພາວເວີ ຈຳກັດ ໄດ້ໄປຖອດຖອນບົດຮຽນ ກ່ຽວກັບ ວຽກງານການທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າຄານ 3 ບ້ານສາມັກຄີໄຊ ( ບ້ານຈັດສັນຍົກຍ້າຍ ) ເມືອງຊຽງເງິນ ແຂວງຫຼວງພະບາງ, ໂດຍໃຫ້ກຽດນຳພາທິມງານຂອງ ທ່ານ ບົວສອນ ສີນວນທອງ ຄະນະປະຈຳພັກແຂວງ ແລະ ໃຫ້ກຽດຕ້ອນຮັບຂອງ ທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງໆຫຼວງພະບາງ, ບໍລິສັດ ເຂື່ອນໄໄຟ້ານໍ້າຄານ 3 ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ລວມມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ, ຍິງ 5 ທ່ານ.

ໃນຕອນເຊົ້າຂອງວັນທີ 9 ຕຸລາ 2020 ຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ-ອຸທົກກະສາດ ໄດ້ອອກແຮງງານລວມອະນາໄມຂອບເຂດສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອຂໍ່ານັບຮັບຕ້ອນວັນນໍ້າແຫ່ງຊາດ 11 ຕຸລາ 2020 ໂດຍການເຂົ້າຮ່ວມໂດຍ ທ່ານ ສອນເພັດ ລາພະທອງ ຮອງເລຂາພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ. ນຳພາທິມງານອອກແຮງງານໂດຍ ທ່ານ ວິໄລພອນ ມະນີວົງ ຫົວໜ້າຂະແໜງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ພ້ອມດ້ວຍອ້າຍນ້ອງສະມາຊິກພາຍໃນຂະແໜງລວມທັງໝົດ 11 ຄົນ,​ ຍິງ 4 ຄົນ.

Subcategories