ໃນວັນທີ 03 ເດືອນ ກຸມພາ 2020 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມການລົງເກັບກຳຂໍ້ມູນ ແລະ ປຶກສາຫາລື ການຂຶ້ນທະບຽນອອກໃບຕາດິນ ແລະ ການຄຸ້ມຄອງທີ່ດິນ ຢູ່ແຂວງຊຽງຂວາງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສີວອນ ບຸດດາຈັນ ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ, ທ່ານ ຄິດລາໄຊ ກ໋ອກມີລາ ຮອງຫົວໜ້າກົມທີ່ດິນ ແລະ ທ່ານ Oliver Haitzman ຫົວໜ້າທີມງານໂຄງກາານ KFW. ກອງປະຊຸມມີຜູ້ເຂົ້າຮ່ວມຈາກ ຫຊສ ເມືອງຄໍາ, ຫຊສ ເມືອງຄູນ, ຂະແໜງທີ່ດິນ ແລະ ຂະແໜງສິ່ງແວດລ້ອມ ພຊສ ແຂວງຊຽງຂວາງເຂົ້າຮ່ວມ ທັງໝົດ 38 ຄົນ, ຍິງ 5 ຄົນ.

ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ດີໂດຍບັນດາທ່ານທີ່ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳຫັນໃນດ້ານການສະໜອງຂໍ້ມູນໃນຂອບເຂດຄວາມຮັບຜິດຊອບຂອງຕົນ,

ພ້ອມນັ້ນ ຍັງໄດ້ມີການແບ່ງກຸ່ມກັນປຶກສາຫາລືເຖິງຄວາມສາມາດ ແລະ ບັນຫາທີ່ຈະໄດ້ປັບປຸງ.

ໃນຕອນທ້າຍຂອງກອງປະຊຸມ, ຄະນະປະທານໄດ້ເໜັ້ນໜັກໃຫ້ທຸກພາກສ່ວນເປັນເຈົ້າການສະໜອງຂໍ້ມູນທີ່ພົວພັນໃນການຄຸ້ມຄອງນຳໃຊ້ທີ່ດິນ​ ແລະ ເຫັນໄດ້ຄວາມສໍາຄັນໃນການອອກໃບຕາດິນເພື່ອໃຫ້ວຽກງານດັ່ງກ່າວໄດ້ດໍາເນີນໄປຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ.