ໃນລະຫວ່າງ ວັນທີ 17-22 ກຸມພາ 2020 ​ທີ່​ຜ່ານ​ມາ​ນີ້ ​ທາງຂະ​ແໜງ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ພ​ຊ​ສ ແຂວງ​ຊຽງ​ຂວາງ ​ ​ໄດ້ໄປທັດ​ສະ​ນະ​ສຶກ​ສາ​ແລກ​ປ່ຽນ​ບົດ​ຮຽນ ກ່ຽວ​ກັບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ຄຸ້ມ​ຄອງ ແລະ ຕິດ​ຕາມກວດ​ກາ​ການ​ນຳ​ໃຊ້​ສານ​ເຄ​ມີ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ ຢູ່ ແຂວງຫຼວງ​ພະ​ບາງ ແລະ ແຂວງ​ໄຊ​ຍະ​ບູ​ລີ ເຊິ່ງ​ນຳ​ພາ​ໂດຍ ທ່ານ ສີ​ວອນ ບຸດ​ດາ​ຈັນ, ຫົວ​ໜ້າ​ພະ​ແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ແຂວງ ໂດຍມີການເຄື່ອນໄຫວຄື:

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 18 ກຸມ​ພາ 2020 ​ຄະ​ນະ​ທີມ​ງານ ຈາກ ພ​ຊ​ສ ແຂວງ​ຊຽງ​ຂວາງ ໄດ້ເຂົ້າ​ເຮັດ​ວຽກ ແລະ ແລກ​ປ່ຽນຖອດ​ຖອນ​ບົດ​ຮຽນ​ຮ່ວມ​ກັບ ພ​ຊ​ສ ແຂວງຫຼວງ​ພະ​ບາງ​ ໂດຍ​ໃຫ້​ກຽດຕ້ອນ​ຮັບ​ຂອງ​ ທ່ານ ຈັນ​ທະ​ວົງ ຜົນ​ນະ​ຈິດ ຫົວ​ໜ້າ ພ​ຊ​ສ ແຂວງຫຼວງ​ພະ​ບາງ ພ້ອມ​ດ້ວຍ​​ບັນ​ດາຫົວ​ໜ້າ​ຂະ​ແໜງ, ຮອງ​ຂະ​ແໜງ ແລະ ວິ​ຊາ​ການຫຼັກ​ແຫຼ່ງ ອ້ອມ​ຂ້າງ ພ​ຊ​ສ ຢ່າງ​ພ້ອມ​ພຽງ​ຮຽງ​ໜ້າ. ທັງ 2 ແຂວງ ໄດ້​ລາຍ​ງານ​ຫຍໍ້ ກ່ຽວກັບ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ແລະ ວຽກງານຍົກຍ້າຍຈັດສັນ, ຈາກ​ນັ້ນ ກໍ່​ໄດ້​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ບົດ​ຮຽນ​ນຳ​ກັນກ່ຽວ​ກັບ​ວຽກ​ງານ​ດັ່ງ​ກ່າວ.

 

ຫຼັງ​ຈາກ​ນັ້ນ, ໃນຕອນບ່າຍວັນດຽວກັນ ທີມງານໄດ້ລົງຢ້ຽມຢາມ ບ້ານຈັດສັນ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ຈາກໂຄງການກໍ່ສ້າງເຂື່ອນ ໄຟຟ້ານ້ຳອູ 1, ທີ່ ບ້ານຫ້ວຍໂລ, ເມືອງປາກອູ, ແຂວງຫຼວງພະບາງ.

ໃນວັນທີ 19 ກຸມພາ 2020 ໄດ້ເດີນທາງໄປຢ້ຽມຢາມ ຟາມ​ກ້ວຍ​ຕົວ​ແບບ ໃນ​ການ​ພັດ​ທະ​ນາ​ເຂົ້າ​ສູ່​ລະ​ບົບ​ການ​ຜະ​ລິດ​ຕາມ​ມາດ​ຕະ​ຖານ​ກະ​ສິ​ກຳ​ທີ່​ດີ (GAP) ທີ່ ເມືອງ​ພຽງ, ແຂວງ ໄຊ​ຍະ​ບູ​ລີ ແລະ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຫຍໍ້​ກ່ຽວ​ກັບ​ການ​ປູກ​ກ້ວຍ ຂອງ​ເຈົ້າ​ຂອງ​ໂຄງ​ການ.

 

ໃນ​ວັນ​ທີ່ 20 ກຸມ​ພາ 2020 ໄດ້​ເຂົ້າ​​ເຮັດ​ວຽກ ແລະ ຖອດຖອນ​ບົດ​ຮຽນຮ່ວມ​ກັບ ພ​ຊ​ສ ແຂວງ​ໄຊ​ຍະ​ບູ​ລີ ເຊິ່ງ​ໃຫ້​ກຽດ​ຕ້ອນ​ຮັບ​ໂດຍ​ທ່ານ ປອ. ແວວ​ເພັດ ສີ​ບຸນ​ມາ ຮອງ​ຫົ​ວ​ໜ້າ ພ​ຊ​ສ ແຂວງ​ໄຊ​ຍະ​ບູ​ລີ ພ້ອມ​ດ້ວຍ​​ບັນ​ດາຫົວ​ໜ້າ​ຂະ​ແໜງ, ຮອງ​ຂະ​ແໜງ ແລະ ວິ​ຊາ​ການຫຼັກ​ແຫຼ່ງ ຢ່າງ​ພ້ອມ​ພຽງ​ຮຽງ​ໜ້າ. ທັງ 2 ແຂວງ ໄດ້​ລາຍ​ງານ​ຫຍໍ້ ກ່ຽວກັບ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ໃນ​ການ​ຄຸ້ມ​ຄອງ ແລະ ຕິດ​ຕາມກວດ​ກາ​ການ​ນຳ​ໃຊ້​ສານ​ເຄ​ມີ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ ໃນ​ໄລ​ຍະ​ຜ່ານ​ມາ ​ຂອງ​ຂະ​ແໜງ​ການ​ຕົນ ພ້ອມທັງລາຍ​ງານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານ​ດັ່ງ​ກ່າວ, ຫຼັງ​ຈາກ​ນັ້ນ ກໍ່​ໄດ້ປຶກ​ສາ​ຫາ​ລືແລກປ່ຽນຖອດຖອນບົດຮຽນ​ນຳ​ກັນ ຢ່າງ​ກົງ​ໄປ​ກົງ​ມາ.