ໃນຕອນແລງຂອງວັນທີ 3 ສິງຫາ 2020 ເວລາ 13:30 ນາທີ ທີ່ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ( 20 ກໍລະກົດ 1955 ຫາ 20 ກໍລະກົດ 2020 ) ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໂດຍການເປັນປະທານ ຂອງທ່ານ ສີວອນ ບຸດດດາຈັນ, ທ່ານ ສອນເພັດ ລາພະທອງ ຮອງຫົວໜ້າພະແນກ ແລະ ທ່ານ ບົວສີ ພັນທະວົງ ຄະນະພະແນກ, ໂດຍມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງ ພາຍໃນ ພຊສ ແຂວງ ພ້ອມດ້ວຍພະນັກງານທັງໝົດໃນທົ່ວ ພຊສ ແຂວງ ເຂົ້າຮ່ວມທັງໝົດ 67 ຄົນ, ຍິງ 33 ຄົນ.

ໃນ​ຕອນ​ບ່າຍ ເວ​ລາ 14:00 ນາ​ທີ ຂອງວັນ​ທີ 27 ພຶດ​ສະ​ພາ 2020 ກົມ​ຊັບ​ພະ​ຍາ​ກອນ​ນ້ຳ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໄດ້​ມອບ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ ຈຳ​ນວນ 01 ຊຸດ ໃຫ້​ແກ່ ຂະ​ແໜງ​​ຊັບ​ພະ​ຍາ​ກອນ​ນ້ຳ ແລະ ອຸ​ຕຸ​ນິ​ຍົມ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ຊຽງ​ຂວາງ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ນ້ຳ.

 

ໃນຕອນເຊົ້າ ເວລາ 8 ໂມງ 00 ນາທີ ຂອງວັນທ່ີ 30 ເດືອນ 03 ປີ 2020 ທີມງານພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ເຊິ່ງນໍາໂດຍ ທ່ານ ສອນເພັດ ລາພະທອງ ຮອງຫົວໜ້າ ພຊສ ແຂວງ ສົມທົບກັບ ຫ້ອງການ ຊສ ເມືອງພູກູດ ຈັດພິທີຕັ້ງເສົາ ກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງພູກູດ ແຂວງຊຽງຂວາງ ທີ່ຫ້ອງວ່າການປົກຄອງ ເມືອງພູກູດ ແຂວງຊຽງຂວາງ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສົງ ວິລິວົງ ຮອງເຈົ້າເມືອງໆກູດ ຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ ຊສ ເມືອງພູກູດ ພ້ອມດ້ວຍວິຊາການ ເຂົ້າຮ່ວມທັງໝົດ 23 ຄົນ ຍິງ 10 ຄົນ.

 

ວັນທີ 10-11 ມີນາ 2020 ທິມງານຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພຊສ ແຂວງຊຽງຂວາງ, ນໍາພາໂດຍ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ລົງເຄື່ອນໄຫວວຽກງານຕິດຕາມ, ກວດກາຄຸນະພາບນໍ້າ ໃນຈຳນວນທັງໝົດ 13 ຈຸດ, ຂອບເຂດ 4 ເມືອງຄື: ເມືອງແປກ, ເມືອງຄູນ, ເມືອງຜາໄຊ ແລະ ເມືອງພູກູດ ຂອງ 8 ສາຍນໍ້າຄື: ນໍ້າງື່ມ, ນໍ້າງຽບ, ນໍ້າໂຄ້, ນໍ້າຍວນ, ນໍ້າເຢັນ, ນໍ້າກຶນ, ນໍ້າກັດ ແລະ ນໍ້າສຸຍ.

ຈຸດປະສົງ ເພື່ອເຝົ້າລະວັງແຫຼ່ງທີ່ມາຂອງມົນລະພິດໃນອ່າງຮັບນໍ້າ ແລະ ມີຂໍ້ມູນໄວ້ເປັນບ່ອນອີງໃນການວາງແຜນຄຸ້ມຄອງການນຳໃຊ້ນໍ້າໃຫ້ຍືນຍົງໃນຕໍ່ໜ້າ.

ການຕິດຕາມກວດກາໃນຄັ້ງນີ້ ແມ່ນໄດ້ວັດແທກຄຸນະພາບນໍ້າກັບທີ່ທັງໝົດ 6 ຄ່າພື້ນຖານຄື: pH, EC, DO, TDS, Sal ແລະ Temp.

ນອກຈາກນີ້ ຍັງໄດ້ເກັບຕົວຢ່າງນໍ້າ 3 ຈຸດບຸລິມະສິດສົ່ງໃຫ້ສະຖາບັນຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອວິໄຈຄຸນະພາບນໍ້າທັງໝົດ 18 ທາດ.

ໃນວັນທີ 14 ກຸມພາ 2020 ກົມຊັບພະຍາກອນນໍ້າ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມອບອຸປະກອນໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ( ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ-ອຸທົກກະສາດ ) ເພື່ອຈັດຕັ້ງປະຕິບັດໂຄງການຕິດຕາມກວດກາຄຸນະພາບນໍ້າທົ່ວປະເທດ 2019-2020 ອຸປະກອນທີ່ມອບໃນຄັ້ງນີ້ມີ:

  • ເຄື່ອງວັດແທກນໍ້າ ( WTW 3630 IDS ) ຈໍານວນ 1 ເຄື່ອງ.
  • ກະຕຸກເກັບຕົວຢ່າງນໍ້າຂະໜາດ 1000ມລ, ຈໍານວນ 9 ຕຸກ.
  • ກະຕຸກເກັບຕົວຢ່າງນໍ້າຂະໜາດ 500ມລ, ຈໍາວນ 3 ຕຸກ.
  • ກະຕຸກເກັບຕົວຢ່າງນໍ້າຂະໜາດ 100ມລ ຈຳນວນ, 3 ຕຸກ.
  • ຫຼອດປີເປດ ( ສຳລັບໃຊ້ດູດອາຊິດຢອດຮັກສາຕົວຢ່າງນໍ້າ ) ຈຳນວນ 10 ອັນ.
  • ອາຊິດຊູນຟູລິກ ແລະ ອາຊິດນີຕຼິກ, ຈຳນວນ 2 ກວດ.

           ລວມມູນຄ່າທັງໝົດ: 7,379 ໂດລາ

Subcategories