Print

ໃນວັນທີ 13 ພະຈິກ 2019 ຮາກຖານ 3 ອົງການຈັດຕັ້ງມະຫາຊົນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມໃຫ່ຍຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສີວອນ ບຸດດາຈັນ ຮອງເລຂາພັກຮາກຖານ ວ່າການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມດ້ວຍຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ພ້ອມດ້ວຍສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ 98 ສະຫາຍ, ຍິງ 45 ສະຫາຍ.

ໃນກອງປະຊຸມ ສະຫາຍ ສິງຄຳ ທຳມະຈັກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸມັດເປີດກອງປະຊຸມໃຫ່ຍຄັ້ງທີ 3 ຂອງ 3 ອົງການຈັດຕັ້ງມະຫາຊົນ ພຊສ ແຂວງ. ຈາກນັ້ນ ທ່ານ ນ. ສາຍລົມ ສີລາພັນເດດ ປະທານຮາກຖານສະຫະພັນແມ່ຍິງ ພຊສ ແຂວງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ ເຊິ່ງໄດ້ຕີລາຄາຈຸດດີ-ຈຸດອ່ອນ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ ໃນໄລຍະ 5 ປີຜ່ານມາ 2015-2020 ແລະ ທິດທາງແຜນການໃນຕໍ່ໜ້າ.