Print

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2021 ທີ່ຫ້ອງປະຊຸມສະໂມສອນເມືອງພູກູດ ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຕາມພາລະບົດບາດໃໝ່ ຂຶ້ນຢ່າງເປັນທາງການ, ໃຫ້ກຽດເປັນປະທານໂດຍ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ອຳຄາ ປັນຍາວົງ ຮອງເລຂາພັກເມືອງໆພູກູດ, ມີຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງພາຍໃນ ພຊສ ຕະຫລອດຮອດພະນັກງານ- ລັດຖະກອນພາຍໃນ ຫຊສ ເມືຶອງພູກູດເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 8 ສະ ຫາຍ.

ຜົນຂອງກອງປະຊຸມແມ່ນສາມາດສະຫລຸບໄດ້ດັ່ງນີ້:

# ຂໍ້ຕົກລົງທ່ານເຈົ້າເມືອງໆຜາໄຊ ເລກທີ 368/ຈມ.ພກ, ລົງວັນທີ 23 ສິງຫາ 2021 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ ແລະ ຮອງຫົວໜ້າໜ່ວຍງານ ຂອງ ຫຊສ ເມືອງພູກູດ:

I. ຮອງຫົວໜ້າຫ້ອງການ:

  1. ແຕ່ງຕັ້ງ ທ່ານ ສິນທະລາ ສົມບັດພົມມີ ເປັນຮອງຫົວໜ້າຫ້ອງການ ຊສ ເມືອງພູກູດ.

 II. ແຕ່ງຕັ້ງໜ່ວຍງານບໍລິຫານ

  1. ທ່ານ ນາງ ສິມມາ ທຳມະວົງ ເປັນຫົວໜ້າໜ່ວຍງານບໍລິຫານ
  2. ທ່ານ ພິມພາ ສີຫາວົງ ເປັນຮອງຫົວໜ້າໜ່ວຍງານບໍລິຫານ

III. ແຕ່ງຕັ້ງໜ່ວຍງານວິຊາການ

  1. ທ່ານ ສອນເພັດ ສາຍວົງສາ ເປັນຫົວໜ້າໜ່ວຍງານວິຊາການ
  2. ທ່ານ ສິພັນ ຈັນທະວົງ ເປັນຮອງຫົວໜ້າໜ່ວຍງານວິຊາການ
  3. ທ່ານ ນາງ ຈັນສອນ ເປັນຮອງຫົວໜ້າໜ່ວຍງານວິຊາການ