ໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 20 ກໍລະກົດ 2021 ທີ່ຫ້ອງປະຊຸມ ຣີສອດບໍ່ນໍ້າອຸ່ນ ເມືອງຄຳ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ວຽກງານຄຸ້ມຄອງສິ່ງແວດລ້ອມ ປະ ຈຳ 6 ເດືອນຕົ້ນປີ 2021 ແລະປຶກສາຫາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວໃນຕໍ່ໜ້າ ຂຶ້ນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີຜູ້ເຂົ້າຮ່ວມປະກອບມີທ່ານ ຮອງຫົວໜ້າພະແນກ, ບັນດາເຈົ້າເມືອງ/ຮອງເຈົ້າເມືອງ 7 ເມືອງ, ຫົວໜ້າ/ຮອງຫົວໜ້າຫ້ອງການ ຊສ ເມືອງ ພ້ອມດ້ວຍວິຊາການຜູ້ທີ່ຮັບຜິດຊອບວຽກງານສິ່ງແວດລ້ອມຈາກ 7 ເມືອງ ຕະຫລອດຮອດພະນັກງານຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ພຊສ ແຂວງ ເຂົ້າຮ່ວມທັງໝົດ 36 ຄົນ, ຍິງ 5 ຄົນ.

ໃນກອງປະຊຸມ, ພາຍຫຼັງທີ່ທ່ານປະທານໄດ້ກ່າວມີຄຳເຫັນຕໍ່ກອງປະຊຸມແລ້ວ, ທ່ານ ສິງຄໍາ ທໍາມະຈັກ ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ພຊສ ແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມ 6 ເດືອນຕົ້ນປີ ແລະ ແຜນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ.

ຫຼັງຈາກທີ່ຄະນະຮັບຜິດຊອບໄດ້ນຳສະເໜີບົດໂດຍຫຍໍ້ແລ້ວ, ຕາງໜ້າຫ້ອງການ ຊສ ເມືອງທັງ 7 ເມືອງກໍ່ໄດ້ລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດລ້ອມຢູ່ຂັ້ນເມືອງ ພ້ອມດຽວກັນນັ້ນກໍ່ໄດ້ມີການປະກອບຄໍາຄິດຄຳເຫັນ ຈາກບັນດາຜູ້ເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ ແລະ ປືກສາຫາລືການຈັດ ຕັ້ງປະຕິບັດບັນຫາທີ່ຍັງຄົງຄ້າງ ເພື່ອນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິຜົນສູງສຸດ.

ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ.