ໃນຕອນແລງເວລາ 13:30 ນາທີ ຂອງວັນທີ 06 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫ່ຍ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ແຂວງຊຽງຂວາງ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານທົດແທນຄ່າເສຍຫາຍ, ຈັດສັນຍົກຍ້າຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້ານໍ້າງື່ມ 3 ເມືອງພູກູດ ແຂວງຊຽງຂວາງ ໃນໄລຍະ 6 ເດືອນຜ່ານມາ ແລະ ວາງແຜນທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານຮ່ວມຂອງທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ( ຫົວໜ້າກອງເລຂາທົດແທນຄ່າເສຍຫາຍຂັ້ນແຂວງ), ທ່ານຄຳສີ ທຳມະວົງ ຮອງເຈົ້າເມືອງໆພູກູດ. ພາກສ່ວນທີ່ເຂົ້າຮ່ວມຈາກບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ ລວມທັງໝົດ 27 ທ່ານ, ຍິງ 3 ທ່ານ.