ໃນຕອນເຊົ້າ ເວລາ 6:30 ນາທີ ຂອງວັນທີ 9 ມິຖຸນາ 2021 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 5 ມິຖຸນາ 2021 ຄົບຮອບ 49 ປີ ພາຍໃຕ້ຄຳຂວັນທີ່ວ່າ " ຮ່ວມແຮງຮ່ວມໃຈກັນ ຟື້ນຟູລະບົບນິເວດ " " ECOSYSTEM RESTORATION” " ໂດຍການເປັນປະທານຮ່ວມຂອງ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງພ້ອມດ້ວຍຄະນະ, ມີບັນດາຫົວໜ້າ/ຮອງຫົວໜ້າຂະແໜງຕະຫຼອດຮອດພະນັກງານທັງໝົດໃນ ພຊສແຂວງ ເຂົ້າຮ່ວມທັງໝົດ 74 ທ່ານ, ຍິງ 36 ທ່ານ.

ໃນພິທີດັ່ງກ່າວພາຍຫຼັງຄະນະຈັດຕັ້ງພິທີໄດ້ສະເໜີຈຸດປະສົງ ຫຼັງຈາກນັ້ນ ທ່ານ ສີວອນ ບຸດດາຈັນ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີຄຳເຫັນ ເນື່ອງໃນວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ທ່ານໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ອາດຈະເປັນສິ່ງທ້າທາຍທີ່ເປັນສາເຫດເຮັດໃຫ້ສະພາບສິ່ງແວດລ້ອມຖືກທຳລາຍ ແລະ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມໄດ້ເຫັນຄວາມສຳຄັນ ແລະ ພ້ອມກັນເອົາໃຈໃສ່ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມສົມດູນ ແລະ ຍືນຍົງ ​ພາຍ​ໃຕ້​ຄຳ​ຂັວນ​ທີ່​ວ່າ: “ຮ່ວມແຮງຮ່ວມໃຈກັນ ຟື້ນຟູລະບົບນິເວດ” “ECOSYSTEM RESTORATION

ນອກຈາກນີ້ ກໍ່ໄດ້ຕິດປ້າຍຄຳຂວັນວັນສິ່ງແວດລ້ອມ ຈຳນວນ 4 ປ້າຍໃສ່ຕາມຈຸດທີ່ສຳຄັນຂອງຕົວເມືອງແປກ, ປູກຕົ້ນໄມ້ ຈຳນວນ 50 ຕົ້ນ ແລະ ສ້າງຂະບວນການອອກແຮງງານອານາໄມທັງພາຍໃນ ແລະ ນອກອາຄານ ພຊສແຂວງຢ່າງເປັນຂະບວນຟົດຟື້ນ.

ຮູບພາບບັນຍາກາດການປູກຕົ້ນໄມ້

ຕິດປ້າຍຄຳຂວັນວັນສິ່ງແວດລ້ອມ ຈຳນວນ 4 ປ້າຍໃສ່ຕາມຈຸດທີ່ສຳຄັນຂອງຕົວເມືອງແປກ

ຮູບພາບການສ້າງຂະບວນການອອກແຮງງານ