ວັນທີ 12 ກຸມພາ 2020 ນີ້ ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມ ປຶກສາຫາລືແລກປ່ຽນບົດຮຽນ ເພື່ອຍົກລະດັບວຽກງານດ້ານຂ່າວສານປະຊາສຳພັນ, ການປັບປຸງເວັບໄຊ, ການບໍລິຫານເອກະສານທາງລັດຖະການ, ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ - ເດັກ ຢູ່ທີ່ຫ້ອງປະຊຸມໃຫ່ຍພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ບົວຄໍາ ສຸລິວັນ ຮັກສາການຫົວໜ້າຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ສອນເພັດ ລາພະທອງ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ມີທີມງານມາຈາກກະຊວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 12 ຄົນ.