ວັນທີ 10-11 ມີນາ 2020 ທິມງານຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພຊສ ແຂວງຊຽງຂວາງ, ນໍາພາໂດຍ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ລົງເຄື່ອນໄຫວວຽກງານຕິດຕາມ, ກວດກາຄຸນະພາບນໍ້າ ໃນຈຳນວນທັງໝົດ 13 ຈຸດ, ຂອບເຂດ 4 ເມືອງຄື: ເມືອງແປກ, ເມືອງຄູນ, ເມືອງຜາໄຊ ແລະ ເມືອງພູກູດ ຂອງ 8 ສາຍນໍ້າຄື: ນໍ້າງື່ມ, ນໍ້າງຽບ, ນໍ້າໂຄ້, ນໍ້າຍວນ, ນໍ້າເຢັນ, ນໍ້າກຶນ, ນໍ້າກັດ ແລະ ນໍ້າສຸຍ.

ຈຸດປະສົງ ເພື່ອເຝົ້າລະວັງແຫຼ່ງທີ່ມາຂອງມົນລະພິດໃນອ່າງຮັບນໍ້າ ແລະ ມີຂໍ້ມູນໄວ້ເປັນບ່ອນອີງໃນການວາງແຜນຄຸ້ມຄອງການນຳໃຊ້ນໍ້າໃຫ້ຍືນຍົງໃນຕໍ່ໜ້າ.

ການຕິດຕາມກວດກາໃນຄັ້ງນີ້ ແມ່ນໄດ້ວັດແທກຄຸນະພາບນໍ້າກັບທີ່ທັງໝົດ 6 ຄ່າພື້ນຖານຄື: pH, EC, DO, TDS, Sal ແລະ Temp.

ນອກຈາກນີ້ ຍັງໄດ້ເກັບຕົວຢ່າງນໍ້າ 3 ຈຸດບຸລິມະສິດສົ່ງໃຫ້ສະຖາບັນຄົ້ນຄ້ວາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອວິໄຈຄຸນະພາບນໍ້າທັງໝົດ 18 ທາດ.