ໃນຄັ້ງວັນທີ 23 - 24 ພະຈິກ 2020 ຂະແໜງຊັບພະຍາກອນນໍ້າ -  ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ ໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານການຕິດຕາມ, ກວດກາຄຸນະພາບນໍ້າ ໃຫ້ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຄູນ. ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ, ຍິງ 6 ຄົນ ທີ່ມາຈາກ ຫຊສ ເມືອງຄື: ຫຊສ ເມືອງແປກ, ຫຊສ ເມືອງພູກູດ, ຫຊສ ເມືອງຜາໄຊ, ຫຊສ ເມືອງຄູນ ແລະ ວິທະຍາກອນຈາກຂະແໜງຊັບພະຍາກອນນໍ້າ-ອຸຕຸນິຍົມ ແລະ ອຸທົກກະສາດ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

ກອງປະຊຸມຝຶກອົບຮົມດັ່ງກ່າວ ດຳເນີນເປັນເວລາ 2 ວັນ ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ

1) ພາກທິດສະດີ ມີ 4 ຫົວຂໍ້ຄື:

  • ການຄຸ້ມຄອງ ແລະ ຕິດຕາມກວດກາຄຸນະພາບນໍ້າໃນອ່າງຮັບນໍ້າ.
  • ການສໍາຫຼວດພື້ນທີ່ ແລະ ການກຳນົດຈຸດເກັບຕົວຢ່າງຄຸນະພາບນໍ້າ.
  • ພື້ນຖານການນໍາໃຊ້ GPS ເຂົ້າໃນວຽກງານຕິດຕາມກວດກາຄຸນະພາບນໍ້າ.
  • ການກະກຽມ ແລະ ການວາງແຜນ ລົງເກັບຕົວຢ່າງນໍ້າພາກສະໜາມ.

2) ລົງປະຕິບັດຕົວຈິງ ພາກສະໜາມ ຢູ່ແມ່ນໍ້າລິນສູງ ບ້ານເພຍວັດ ເມືອງຄຸນ ແຂວງຊຽງຂວາງຄື:

  • ວັດແທກຄຸນະພາບນໍ້າກັບທີ່ ດ້ວຍເຄື່ອງ WTW Multi 3630i.
  • ເກັບຕົວຢ່າງນໍ້າ ສົ່ງໃຫ້ຫ້ອງທົດລອງ ເພື່ອວິໃຈຄຸນະພາບນໍ້າ .

ວັດແທກຄຸນະພາບນໍ້າກັບທີ່  ຢູ່ແມ່ນໍ້າລິນສູງ ( ຈຸດກ້ອງຂົວ )

ເກັບຕົວຢ່າງນໍ້າ

ການຮັກສາຕົວຢ່າງດ້ວຍທາດເຄມີ 

ຖ່າຍຮູບລວມ

ຈາກນັ້ນ, ໃນຕອນທ້າຍ ທ່ານ ບົວສີ ພັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີຄຳເຫັນ ໂດຍທ່ານໄດ້ເນັ້ນໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນ ໃນການຝຶກອົບຮົມໃນຄັ້ງນີ້ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາຄຸນະພາບນໍ້າ ໃຫ້ມີປະສິດທິຜົນສູງຂຶ້ນໃນຕໍ່ໜ້າ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການ.