ໃນຕອນເຊົ້າຂອງວັນທີ 17 ມີນາ 2020, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ໄຂກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ພຊສຂ ໂດຍການເປັນປະທານຂອງ ສະຫາຍ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພູ ຈັນທະວົງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການປົກຄອງແຂວງ,  ມີບັນດາສະມາຊິກພັກສົມບູນ-ສໍາຮອງ ພາຍໃນພະແນກ ຊສ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ທັງໝົດ 93 ສະຫາຍ, ຍິງ 37 ສະຫາຍ.

ໃນກອງປະຊຸມ ສະຫາຍ ສີວອນ ບຸດດາຈັນ, ຮອງເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຂຶ້ນຜ່ານບົດລາຍງານການເມືອງໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການປີ 2020-2024 ຂອງຄະນະພັກຮາກຖານ, ຫຼັງຈາກນັ້ນ ສະຫາຍ ບົວສີ ພັນທະວົງ ຄະນະພັກຮາກຖານ ພຊສ ກໍ່ໄດ້ຂຶ້ນຜ່ານບົດສໍາຫຼວດ ການນໍາພາລວມຂອງຄະນະພັກໃນໄລຍະ 5 ປີຜ່ານມາ.

 

ແຕ່ລະ​ສະຫາຍ​ທີ່ເຂົ້າ​ຮ່ວມ​ກ​ອງປະຊຸມ​ ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ ແລະ ສຸມ​ສະຕິ​ປັນຍາ​ຂອງ​ຕົນ​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ ​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ​ຕໍ່​ກອງ​ປະຊຸມຢ່າງກົງ​ໄປ​ກົງ​ມາ ​ເຮັດໃຫ້​ກອງ​ປະຊຸມ​ດໍາ​ເນີນ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນ​ ແລະ​ ສໍາ​ເລັດ​ຕາມ​ຈຸດປະສົງ​ທີ່​ວາງ​ໄວ້ ແລະ ໄດ້​ລົງ​ປະຊາ​ມະຕິ​ເປັນ​ເອກະ​ສັນກັນ ຮັບຮອງເອົາ​ບັນດາ​ເນື້ອ​ໃນ​ທີ່​ສໍາຄັນ ດັ່ງ​ລຸ່ມ​ນີ້:

  • ​ຮັບຮອງ​ເອົາ​ທິດ​ທາງ​ລວມ, ໜ້າ​ທີ່​ອັນ​ລະອຽດ ຄາດໝາຍ​ສູ້​ຊົນ​ແຕ່ລະ​ດ້ານ​ ແຕ່​ນີ້​ເຖິງ​ກອງ​ປະຊຸມ​ຄັ້ງ​ຕໍ່​ໄປ ​ຂອງຄະນະ​ພັກ​ຮາກ​ຖານພະ​ແນ​ກ ຊສ ​ແຂວງ ເພື່ອ​ແນ​ໃສ່​ສູ້​ຊົນ​ປັບປຸງ​ພັກ​ຂອງ​ຕົນ​ໃຫ້​ເຕີບ​ໃຫຍ່ເຂັ້ມ​ແຂງ ​ແລະ ຮັບປະກັນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ວິຊາ​ສະ​ເພາະ​ໃຫ້ບັນລຸ​ຜົນ​ຕາມ​ລະດັບ​ຄາດໝາຍ​ ຫຼື  ລື່ນ​ຄາດທີ່​ໄດ້​ກໍານົດ​ໄວ້​ແຕ່ລະ​ໄລຍະ.
  • ກອງ​ປະຊຸມ​ໄດ້​ຮັບຟັງບົດ​ສໍາ​ຫຼວດການ​ນໍາພາ​ຂອງ​ຄະນະ​​ພັກ​ຊຸດ​ເກົ່າ ທີ່​ໄດ້​ຕີ​ລາຄາ​ເຖິງ​ການຊີ້​ນໍາ-ນໍາພາ​ ສ່ອງ​ແສງ​ລາຍ​ງານ​ໃຫ້​ເຫັນ​ດ້ານ​ດີ​ທີ່​ຕັ້ງໜ້າ​ຈະ​ໄດ້​ເສີມ​ຂະຫຍາຍ​ ​ແລະ ດ້ານ​ຫຍໍ້​ທໍ້ ທີ່​ເປັນບົດຮຽນ​ໃນ​ການ​ແກ້​ໄຂ​ໃນ​ຕໍ່ໜ້າ ແລະ ກໍ່​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ ຄະນະ​​ພັກຮາກ​ຖານ​ຊຸດ​ໃໝ່​ຈໍ​ານວນ 5 ສະຫາຍ.
  • ກອງ​ປະຊຸມ​ໄດ້ຮັບ​ຟັງ​ການລາຍ​ງານ ​ແລະ ​ປະກອບ​ຄໍາ​ເຫັນຈາກ​ຜູ້ຕາງ​ໜ້າ​ຫຼາຍ​ພາກສ່ວນ ​ເຊິ່ງ​ແຕ່ລະ​ພາກ ສ່ວນລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​​ເອກະ​ພາບຕໍ່​ບົດ​ລາຍ​ງານ​ການ​ເມືອງ, ທິດ​ທາງ​​ແຜນການ ​ແລະ ວຽກ​ງານ​ຮອບດ້ານ​ຕໍ່​ກອງ​ປະຊຸມ, ການ​ລາຍ​ງານ​ສ່ວນ​ຫຼາຍ​ໄດ້ລົງເລິກ​ ລາຍ​ງານ​ຜົນ​ສໍາ​ເລັດ​ຂອງ​ການ​ຜັນຂະ ຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ເຂົ້າ​ໃນຂົງ​ເຂດ ​ກົມ​ກອງ,   ຂະ​ແໜງ​ການຂອງ​ຕົນ ອັນ​ໄດ້​ເຮັດ​ໃຫ້​ກອງ​ປະຊຸມ​ມີ​ເນື້ອ​ໃນອຸ​ດົມສົມບູນ​ຂື້ນ​ຕື່ມ.
  • ຜູ້​ແທນ​ກອງ​ປະຊຸມ​ ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະຊາທິປະ​ໄຕ​ຂອງ​ຕົນ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະພັກ​ຮາກ​ຖານຊຸ​ດ​ໃໝ່​​​ບົນ​ພື້ນຖານ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ ທັງ​ຖືກຕ້ອງ​ສອດຄ່ອງ​ກັບ​ມາດ​ຖານ ​ເງື່ອນໄຂ​ທີ່​ກໍານົດ​ໄວ້ ​ເຊິ່ງມີ​ຜູ້​ສະໝັກ​ເລືອກ​ຕັ້ງ 7 ສະຫາຍ, ຍິງ 1 ສະຫາຍ.

ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ​ຂອງຄະນະພັກຮາກ​ຖານໄດ້​ເລືອກ​ຕັ້ງ​ເອົາ​ ເລຂາ​, ຮອງ​ເລຂາ ​ແລະ ຄະນະ​​ພັກຮາກ​ຖານ ​ເຊິ່ງມີ​ລາຍ​ຊື່​ລະອຽດ​ດັ່ງ​ນີ້:

  1. ສະຫາຍ ສີວອນ ບຸດດາຈັນ        ເປັນເລຂາຄະນະພັກຮາກຖານ
  2. ສະຫາຍ ສອນເພັດ ລາພະທອງ   ເປັນຮອງເລຂາຄະນະພັກຮາກຖານ
  3. ສະຫາຍ ສາຍຄໍາ ນວນທະສິງ     ເປັນຄະນະພັກຮາກຖານ
  4. ສະຫາຍ ລິນ ໄຊຍະພານທອງ     ເປັນຄະນະພັກຮາກຖານ
  5. ສະຫາຍ ເພັງ ສີອາໄພ             ເປັນຄະນະພັກຮາກຖານ

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບົວສອນ ສີນວນທອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆຊຽງຂວາງ, ເຊິ່ງສະຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົ​ມ​ເຊີຍ​ຕໍ່​ການ​ຊີ້​ນໍາ-ນໍາພາ​ຂອງ​ຄະນະ​ພັກ​ຊຸດ​ເກົ່າ ທີ່​ໄດ້​ຊີ້​ນໍາ-ນໍາພາ​ພະນັກງານ, ສະມາຊິກ​ພັກ, ປະຕິບັດໜ້າ​ທີ່​ການ​ເມືອງ​ຂອງ​ຕົນ, ຍາດ​ໄດ້ຜົນ​ສໍາ​ເລັດ​ຫຼາຍ​ດ້ານ, ພ້ອມ​ກັນ​ນັ້ນ​ ສະຫາຍ​ ຍັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ດ້ານ​ອ່ອນ, ຂໍ້ຄົງຄ້າງ ​ເຊິ່ງ​ໄດ້​ຮຽກຮ້ອງໃຫ້​ຄະນະ​ພັກ​ຊຸດ​ໃໝ່ ຈະ​ຕ້ອງ​ໄດ້​ສຶບຕໍ່​ປັບປຸງແກ້​ໄຂ. ຈາກ​ນັ້ນ​, ສະຫາຍ​ ​ໄດ້ໃຫ້​ທິດ​ຊີ້​ນໍາ​ວຽກ​ງານ​ແຕ່​ລະ​ດ້ານໃນ​ທາງ​ທີ່​ສ້າງສັນ ​ສະຫາຍ​ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄະນະ​ພັກ​ຊຸດ​ໃໝ່ ທີ່​ຈະ​ສຶບຕໍ່​ຊີ້​ນໍາ-ນໍາພາຈັດ​ຕັ້ງ​ປະຕິບັດ ມະຕິ​ກ​ອງປະຊຸມ​ໃຫຍ່ຄັ້ງ​ທີ II ຂອງ​ຮາກ​ຖານ​ພັກ ໃຫ້​ຍາດ​ໄດ້ຜົນ​ງານ ​ແລະ ມີ​ຜົນ​ສໍາ​ເລັດ​ຍິ່ງ​ໃຫຍ່ກ່ວາ​ເກົ່າ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ແລະ ໄດ້ປິດລົງໃນເວລາ 4 ໂມງ 00 ນາທີ ຂອງວັນດຽວກັນ.