ໃນວັນທີ 13 ເມາສາ 2023 ທີ່ຫ້ອງປະຊຸມໃຫ່ຍພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີປາຖະກະຖາຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 14 ເມສາ 1955-14 ເມສາ 2023 ), ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນເພັດ ລາພະທອງ ເລຂາຄະນະພັກຮາກຖານ ວ່າການຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຕາງໜ້າຮາກຖານກຳມະບານ, ຕາງໜ້າຮາກຖານສະຫະພັນແມ່ຍິງ, ຄະນະໜ່ວຍຊາວໜຸ່ມແຕ່ລະໜ່ວຍ ຕະຫຼອດຮອດສະມາຊິກຊາວໜຸ່ມໃນທົ່ວ ພຊສ ແຂວງເຂົ້າຮ່ວມທັງໝົດ 37 ສະຫາຍ, ຍິງ 20 ສະຫາຍ.

ໃນພິທີດັ່ງກ່າວ ທ່ານ ນ. ບຸນທະນອງ ອິນຕາວັນ ເລຂາຮາກຖານຊາວໜຸ່ມ ພຊສ ແຂວງ ໄດ້ຂຶ້ນຜ່ານແຈ້ງການແນະນຳຂອງຄະນະບໍລິຫານງານຊາວໜຸ່ມແຂວງ ສະບັບເລກທີ 115/ຄຊປປລຂ, ລົງວັນທີ 14 ມີນາ 2023 ເລື່ອງການກະກຽມສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງຊາວໜຸ່ມປະຈໍາປີ 2023.

ໃນຕອນທ້າຍພິທີ ທ່ານ ສອນເພັດ ລາພະທອງ ເລຂາຄະນະພັກຮາກຖານ ວ່າການຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງ ໄດ້ໂອ້ລົມຕໍ່ບັນດາສະມາຊິກຊາວໜຸ່ມ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຮາກຖານຊາວໜຸ່ມ ພຊສ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໃຫ້ສືບຕໍ່ຮັກສາມູນເຊື້ອທີ່ດີນີ້ໄວ້ຕະຫຼອດໄປ.