ໃນວັນທີ 07 ເມສາ 2023 ທີ່ຫ້ອງປະຊຸມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໝອກ, ທີມງານຈາກພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລົງຊຸກຢູ້ການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດຂອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ, ໂດຍການນຳພາທີມງານໂດຍ ທ່ານ ວິໄລພອນ ມະນີວົງ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຂະແໜງກວດກາ, ຂະແໜງບໍລິຫານ, ຄະນະຫ້ອງການ, ຄະນະໜ່ວຍງານ ແລະ ວິຊາການຫ້ອງການ ຊສ ເມືອງໝອກ ເຂົ້າຮ່ວມທັງໝົດ 14 ທ່ານ ຍິງ 04 ທ່ານ.
ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ແບບແຜນການນໍາພາ ແລະ ວິທີເຮັດວຽກຂອງຫ້ອງການ ຊສ ເມືອງໝອກ ຈາກທ່ານຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ແລະ ໄດ້ຮັບຟັງການລາຍງານການປະຕິບັດວຽກງານວິຊາການຈາກຫົວໜ້າໜ່ວຍງານແຕ່ລະໜ່ວຍງານ.
ກອງປະຊຸມໄດ້ເປັນເອກະພາບກັນໃນວຽກງານຕ່າງໆ ແລະ ໄດ້ເຮັດບົດບັນທຶກຮ່ວມກັນເພື່ອເປັນບ່ອນອີງໃນການແກ້ໄຂວຽກງານຕ່າງໆໃນຕໍ່ໜ້າ ແລະ ກອງປະຊຸມດັ່ງກ່າວໄດ້ສໍາເລັດລົງໃນວັນດຽວກັນ.