ໃນວັນທີ 30 ມີນາ 2023 ທີ່ຫ້ອງປະຊຸມໃຫ່ຍພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຊຽງຂວາງ ໄດ້ຈັດພິທີປະກາດເລຂາ, ຮອງເລຂາຄະນະພັກຮາກຖານ ແລະ ຮອງຫົວໜ້າພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຊຽງຂວາງ. ເປັນກຽດເຂົ້າຮ່ວມເປັນປະທານພິທີໃນຄັ້ງນີ້ມີ ທ່ານ ນ. ທອງຈັນ ອັກຄະມາເຂດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ສູນທອນ ພັນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ສອນເພັດ ລາພະທອງ ວ່າການຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຕາງໜ້າບັນດາພະແນກການ, ກົມກອງອ້ອມຂ້າງແຂວງ, ຫອ້ງການຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມບັນດາເມືອງ ຕະຫຼອດຮອດພະນັກງານ-ລັດຖະກອນທັງໝົດໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມລວມທັງໝົດ 96 ທ່ານ, ຍິງ 45 ທ່ານ.
ໃນພິທີຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງອົງຄະນະພັກແຂວງສະບັບເລກທີ 29/ຄປພຂ, ລົງວັນທີ 17 ກຸມພາ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ຮອງເລຂາຄະນະພັກຮາກຖານ ຄະນະປະຈຳພັກແຂວງຕົກລົງບົ່ງຕົວແຕ່ງຕັ້ງ:
- ສະຫາຍ ສອນເພັດ ລາພະທອງ ຮອງເລຂາຄະນະພັກຮາກຖານ ເປັນ ເລຂາຄະນະພັກຮາກຖານ.
- ສະຫາຍ ບຸນຈັນ ຂັນຕິພຸດທະວົງ ສະມາຊິກພັກ ເປັນເລຂາໜ່ວຍພັກທີ່ດິນ ເປັນຮອງເລຂາຄະນະພັກຮາກຖານ.
ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 194/ຊຂ, ລົງວັນທີ 27 ມີນາ 2023 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າພະແນກຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຈົ້າແຂວງຕົກລົງແຕ່ງຕັ້ງ:
ແຕ່ງຕັ້ງ ທ່ານ ວິໄລພອນ ມະນີວົງ ເລຂາໜ່ວຍພັກ ຫົວໜ້າຂະແໜງກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂຶ້ນເປັນຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໃຫ້ກຽດມອບຂໍ້ຕົກລົງໂດຍ ທ່ານ ສູນທອນ ພັນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຊຽງຂວາງ.
ໃນໂອກາດນີ້ ທ່ານ ນ. ທອງຈັນ ອັກຄະມາເຂດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແລະ ທ່ານ ສູນທອນ ພັນມີໄຊ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ມີຄຳເຫັນໂອ້ລົມກ່ອນອື່ນທັງ 2 ທ່ານໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຮັດວຽກເປັນໝູ່ຄະນະ ເພື່ອເຮັດໃຫ້ວຽກງານມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ໃນວັນດຽວກັນຍັງໄດ້ມີການທາບທາມເອົາເປົ້າໝາຍເປັນຫົວໜ້າຂະແໜງ 1 ຕຳແໜ່ງ, ຮອງຫົວໜ້າຂະແໜງ 1 ຕໍາແໜ່ງ ແລະ ແນະນໍາການຂຽນກໍານົດຕໍາແໜ່ງງານຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມແຂວງຈາກກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕື່ມອີກ.